ເຮົາຕ້ອງຕັດສິນໃຈຂັ້ນເດັດຂາດຈັ່ງຈະເຫັນການປ່ຽນແປງ ແຕ່ບໍ່ແມ່ນຈະອອກວຽກປະຈຳໄປສຸມສີ່ສຸມຫ້າ ຕ້ອງລອງລູ່ທາງໄປກ່ອນຈັ່ງບໍ່ຕົກທ່າຮັບ ກໍ່ຄືບໍ່ຕົກອັບຫຼັງຫັນໄປປະກອບອາຊີບໃໝ່, ເຮົາເບິ່ງຄົນນີ້ເປັນຕົວຢ່າງເພິ່ນມີວຽກທີ່ດີໃນຫ້ອງແອ ຢູ່ໂຮງແຮມຫຼູແຕ່ເລືອກຈະມາເປັນນາຍໂຕເອງຕາກແດດແຂ່ງຝົນເພື່ອການປ່ຽນແປງທີ່ດີຂຶ້ນກວ່າຕອນມີວຽກປະຈຳ.
ນາງ ດີ ອາຍຸ 38 ປີ ປະຊາຊົນບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດກັບທີມຂ່າວເສດຖະກິດ-ການຄ້າວ່າ: ຕົນເອງແມ່ນເຄີຍເຮັດວຽກປະຈຳຢູ່ໂຮງແຮມຊື່ດັງແຫ່ງໜຶ່ງມາກໍ່ເປັນເວລາດົນນານສົມຄວນ ແຕ່ກໍ່ນັ້ນລະ ມະນຸດເງິນເດືອນ ໄດ້ມື້ດຽວ ແຕ່ຈ່າຍ 29 ວັນໝົດເດືອນກໍ່ໝົດເງິນ ແຖມລາຍຈ່າຍສູງໃນແຕ່ລະວັນ ເງິນເດືອນອອກມາກໍ່ພໍແຕ່ຈູນເຈືອຄອບຄົວໄປວັນໆ, ບໍ່ມີເກັບ ມີທ້ອນ ຫຼື ເຮັດໃຫ້ຊີວິດດີຂຶ້ນຕາມທີ່ຕ້ອງການບໍໄດ້.
ໃນປີ 2021 ຕົນເອງກໍ່ເລີ່ມມີຄວາມຄິດຢາກຈະເຮັດກະສິກຳ ປູກພືດຂາຍ ເລີຍໃຊ້ເວລາພັກວຽກ ພຽງວັນອາທິດວັນດຽວເພື່ອມາຊ່ວຍປ້າທີ່ຢູ່ໃກ້ຄຽງ ປູກໝາກແຕງແຄນຕາລຸບ ແລະ ທັງເປັນການຮຽນຮູ້ກ່ຽວກັບການປູກເພື່ອທີ່ຈະຫັນຕົນເອງມາປູກຂອງຕົນເອງຢ່າງເຕັມໂຕ ເຊິ່ງຕົນກໍ່ເຫັນໄດ້ວ່າມີຜົນທີ່ໄດ້ຮັບຂ້ອນຂ້າງດີ ກໍ່ເລີຍຕັດສິນໃຈລາອອກວຽກປະຈຳ ມາລິເລີ່ມປູກແຄນຕາລຸບຢ່າງຈິງຈັງ.
ການເລີ່ມຕົ້ນທຳອິດກໍ່ເລີ່ມຈາກເນື້ອທີ່ບໍ່ຮອດໄລ່ ເນື່ອງຈາກມີຈຳນວນແຮງງານທີ່ໜ້ອຍ ພຽງ 2 ຜົວເມຍ ເຊິ່ງຜູ້ເປັນຜົວກໍ່ມີວຽກປະຈຳ ໄດ້ມາຊ່ວຍພຽງແຕ່ໃນວັນທີ່ພັກ ຫລື ໂມງເລີກວຽກ, ເລີ່ມຕົ້ນການປູກແມ່ນໃຊ້ທຶນຫຼາຍແນ່ເນື່ອງຈາກເປັນຈຸດເລີ່ມຕົ້ນ ຕ້ອງໄດ້ຊອກຫາໃໝ່ທັງໝົດ ກ່ຽວກັບອຸປະກອນຕ່າງໆທີ່ນຳໃຊ້ເຂົ້າໃນການຕັດສິນໃຈຄັ້ງນັ້ນ ແຕ່ກໍ່ຄິດວ່າຈຸດເລີ່ມຕົ້ນມັນບໍ່ງ່າຍຢູ່ແລ້ວ ຄືລົງທຶນໄປ 5 ລ້ານກວ່າກີບ ຫຼັງຈາກຜ່ານຊ່ວງນັ້ນມາກໍ່ດີຂຶ້ນມາເລື້ອຍໆ ຈົນປັດຈຸບັນລົງທຶນປະມານ 1 ລ້ານກວ່າກີບເທົ່ານັ້ນຕໍ່ຄັ້ງທີ່ປູກ.
ນາງດີ ເວົ້າຕື່ມວ່າ: ເລີ່ມແຕ່ປູກແຄນຕາລຸບນີ້ ເປັນເວລາປີກວ່າໃນພື້ນທີ່ບໍ່ຮອດໄລ່ ຮອດປັດຈຸບັນກໍ່ເນື້ອທີ່ເທົ່າເດີມ ເຊິ່ງມີຜົນເກັບກູ້ຕໍ່ຄັ້ງແມ່ນ 1-2 ໂຕນ ຫຼື ຈະຂາຍໄດ້ເງິນ 10 ກວ່າລ້ານກີບ( ປີ 1 ປູກໄດ້ປະມານ 5 ຄັ້ງ) ແມ່ນພໍໄດ້ໃຊ້ ແລະເກັບທ້ອນ, ສ່ວນຕະຫຼາດຮອງຮັບແມ່ນ ບໍ່ມີບັນຫາ ມີແມ່ຄ້າມາຮັບເຖິງທີ່ ແລະ ກໍ່ຮູ້ສຶກວ່າຊີວິດເລີ່ມດີຂຶ້ນມາຕາມລຳດັບ ເຖິງຈະເມື່ອຍແນ່ແຕ່ກໍ່ມີກຳລັງໃຈສູ້.
ນາງ ດີ ຍັງກ່າວຖິ້ມທ້າຍວ່າ: ການທີ່ຕັດສິນໃຈມາເຮັດກະສິກຳ ບໍ່ຮູ້ສຶກເສຍໃຈ ຫຼື ເສຍດາຍ ທີ່ຕົນເອງເຄີຍເຮັດວຽກບ່ອນທີ່ເຢັນສະບາຍມີແອແຕ່ລະມື້ແຕ່ງຕົວໄປວຽກ ເພາະວ່າການລົງມືເຮັດຂອງຕົນເອງ ເມື່ອຍກໍ່ພັກ ບໍ່ມີຄົນຄຸມ ເຖິງຈະເມື່ອຍແນ່ ທົນຝົນ ທົນແດດ ຫຼັງສູ່ຟ້າ ໜ້າສູ່ດິນ ແຕ່ຫາກິນແບບສຸຈະລິດ ແລະ ເປັນອາຊີບທີ່ມີຄວາມສຸກໄດ້ຜູກພັນກັບທຳມະຊາດ ແຖມສ້າງລາຍຮັບດີກວ່າການເປັນພະນັກງານປະຈຳຫຼາຍ.
ນັ້ນແລະທຸກຄົນ ຕ້ອງຫາຊ່ອງທາງໃຫ້ຕົນເອງ ເຮັດຕາມໃຈຕົນເອງ ມັກສິ່ງໃດ ໃຫ້ເຮັດສິ່ງນັ້ນ ແລະ ຄວາມສຸກກັບລາຍຮັບມັນກໍ່ຈະມາຄຽງຄູ່ກັນ ຖ້າເຮົາບໍ່ກ້າທີ່ຈະລົງມືເຮັດ ກໍ່ຈະບໍ່ພົບພໍ້ກັບຄຳວ່າປະສົບຜົນສຳເລັດຈັກເທື່ອ.
ເຖິງຈະບໍ່ເຖິງຮັ່ງມີ ແຕ່ຊີວິດກໍ່ອັບຂຶ້ນມາ ໃຫ້ເອົາເລື່ອງນີ້ເປັນຂໍ້ຄິດ ເຊັ່ນຄອບຄົວ ນາງ ດີ ທີ່ກ້າລົງມື ແລະ ມີມື້ນີ້ຍ້ອນອາຊີບກະສິກອນ ບໍ່ຕ້ອງອອນຊອນຫາງສຽງຄົນອື່ນອັນທີ່ບໍ່ເຮັດໃຫ້ເຮົາຮັບຜົນປະໂຫຍດຫຍັງເລີຍ.
ຂ່າວຈາກເສດຖະກິດ-ການຄ້າ