ໂຈ ໄບເດນ ຜູ້ນຳສະຫະລັດ ທຸ່ມອີກ800ລ້ານໂດລາ ໃຫ້ຄວາມຊ່ວຍເຫຼືອດ້ານການທະຫານເພີ່ມແກ່ຢູເຄນ

    0
    363

    ປະທານາທິບໍດີ ໂຈ ໄບເດນ ຜູ້ນຳສະຫະລັດອາເມຣິກາ ປະກາດມາດຕະການຊ່ວຍເຫຼືອດ້ານການທະຫານເພີ່້ມຕື່ມແກ່ຢູເຄນຈຳນວນ800ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນຕໍ່ສູ້ກັບຣັດເຊຍ.


    ໄບເດນ ໄດ້ໃຫ້ຄຳໝັ້ນສັນຍາສົ່ງອາວຸດທັງປືນຄົກ, ລູກປືນ ແລະ ໂດຣນດ້ານຍຸດທະສາດຫຼາຍລຳ ເຊິ່ງເຂົາໄດ້ຮຽກຮ້ອງໃຫ້ລັດຖະສະພາ ສະໜັບສະໜູນງົບປະມານເພີ່ມຕື່ມເພື່ອເພີ່ມຄວາມຊ່ວຍເຫລືອໃຫ້ຢູເຄນ.

    ເຈົ້າໜ້າທີ່ທ່ານໜຶ່ງ ກ່າວກັບ Reuters ວ່າ ມາດຕະການຊ່ວຍເຫຼືອດ້ານອາວຸດຊຸດໃໝ່ ມີຂະໜາດເທົ່າກັບທີ່ປະກາດໄປເມື່ອອາທິດຜ່ານມາຄື800ລ້ານໂດລາ ແຕ່ລາຍລະອຽດຍັງຢູ່ລະຫວ່າງການດຳເນີນການ. ນອກຈາກນີ້ ລັດຖະບານຂອງໄບເດນ ຍັງປະກາດດ້ວຍວ່າ ຈະຫ້າມເຮືອທີ່ກ່ຽວຂ້ອງຂອງຣັດເຊຍເທົ່າທຽບທ່າຂອງອາເມຣິກາ ຊຶ່ງເປັນມາດຕະການຫຼ້າສຸດໃນການກົດດັນຣັດເຊຍ.


    ດ້ານຣັດເຊຍຖະແຫຼງວ່າ ໄດ້ເຂົ້າສູ່ໄລຍະໃໝ່ຂອງການປະຕິບັດການທາງທະຫານ ແລະ ກຳລັງພະຍາຍາມຢ່າງເປັນລະບົບເພືອ່ປົດປອ່ນ ພູມີພາກດອນບາສ ພາກຕາເວັນອອກຂອງຢູເຄນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.