ສຸດທ້າຍກໍບໍ່ໄດ້ເມື່ອຍຟຣີ ຍ້ອນມີຂອງຕິດໄມ້ຕິດມືມາພ້ອມ ຂໍຊື່ນຊົມນຳນັກຮຽນເກັ່ງວິຊາພາສາລາວ-ວັນນະຄະດີ
ທັງສອງນ້ອງ (ສະມາຍ ແລະ ອາລິສາ). ທັງສອງນ້ອງເປັນນັກຮຽນທີ່ມີທັດສະນະຄະຕິທີ່ດີໂຄດໆ…ສົມກັບຄວາມຕັ້ງໃຈ ຄວາມຫ້າວຫັນ ຄວາມກະຕືລືລົ້ນ ເອົາເຫື່ອແຮງເຂົ້າສູ້. ທຳລາຍບັນດາຂໍ້ອ້າງ ແລະ ອຸປະສັກທີ່ມາຂັດຂວາງ ຈົນຍາດຜົນງານທີ່ຍິ່ງໃຫຍ່ມາໄດ້. ຜົນງານທີ່ໄດ້ມາ ແມ່ນມາຈາກການເຮັດວຽກໜັກພວກນ້ອງທັງສອງ.
ຄົບຮອບ 1 ທົດສະວັດຂອງການເປັນຄູນີ້ເປັນການເດີນທີ່ແສນຍາວໄກ
ກັບເປົ້າໝາຍກໍໃຫຍ່ຂຶ້ນນັບມື້ແຕ່ເສັ້ນທາງນີ້ບໍ່ຮູ້ຈະສິ້ນສຸດເມື່ອໃດ
ປາຍທາງເປັນດອກໄມ້ ຫຼື ບວກຕົມຍັງບໍ່ສາມາດຄາດເດົາໄດ້.
ຈາກ: Ammata Thossaraj