ການປັບໃໝ! ການເສຍຄ່າທຳນຽມທາງ ປະຈຳປີ 2022.ກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ເພື່ອໃຫ້ມີຄວາມເປັນເອກະພາບ ການເສຍຄ່າທຳນຽມທາງ ປະຈຳປີ 2022 ໃນຂອບເຂດທົ່ວປະເທດ ກະຊວງການເງິນຈຶ່ງໄດ້ອອກແຈ້ງການໄວ້ດັ່ງນີ້:
ເຫັນດີເລື່ອນເວລາ ເສຍຄ່າທຳນຽມທາງ ປະຈຳປີ 2022 ໄປຈົນເຖິງວັນທີ 30 ມິຖຸນາ 2022 ໂດຍບໍ່ມີການປັບໃໝ່;
ເສຍຄ່າທຳນຽມທາງ ຖ້າຊັກຊ້າກວ່າກຳນົດເວລາທີ່ລະບຸໄວ້ຂ້າງເທິງ ຖືກປັບໃໝ 0,1% ຕໍ່ມື້ ຂອງມູນຄ່າ ທີ່ຕ້ອງເສຍຄ່າທຳນຽມທາງ ປະຈຳປີ;
ບໍ່ເສຍຄ່າທຳນຽມທາງຂອງປີຜ່ານມາ ໜຶ່ງປີ ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງ ປະ ຈຳປີ, ສອງປີຂື້ນໄປ ຖືກປັບໃໝ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມ ທາງ ປະຈຳປີ ແລະ ຖ້າປອມແປງການເສຍຄ່າທຳນຽມທາງໃນທຸກຮູບແບບ ຖືກປັບໃໝສອງເທົ່າຂອງຄ່າທຳນຽມທາງທີ່ຕ້ອງເສຍ ແລະ ຈະຖືກລົງໂທດທາງອາຍາ ຕາມກໍລະນີ ເບົາ ຫຼື ໜັກ,
ການຊຳລະຄ່າທຳນຽມທາງ ໃຫ້ຊຳລະຜ່ານລະບົບທະນາຄານ ເປັນຕົ້ນ ທະນາຄານ ການຄ້າຕ່າງປະເທດລາວ ແລະ ບັນດາທະນາຄານຕົວແທນ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃໝ່ (ຊື້ອອກຮ້ານ, ມືໜຶ່ງ) ພາຍໃນເດືອນ ຕຸລາ ຫາ ເດືອນ ທັນວາ 2022 ແມ່ນຖືກງົດເກັບຄ່າທຳນຽມທາງ ປະຈຳປີ 2022.