ມື້ດຽວ ປກສ ເມືອງໄຊທານີ ມ້າງຄະດີ ຢ າ ເ ສ ບ ຕິ ດ ກັກໂຕເຈົ້າພໍ່ ຢ າ ເ ສ ບ ຕິ ດ

    0
    415

    ໃນວັນທີ 16 ມີນາ 2022, ກອງບັນຊາການ ປກສ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງມ້າງເຄືອຂ່າຍຄະດີຢາເສບ ຕິດລາຍໃຫຍ່ຢູ່ເຂດບ້ານຕານມີ ໄຊ ຈັ ບ ໄດ້ 3 ຄົນ ພ້ອມ ຂ ອ ງ ກ າ ງ ຢ ແລະ ຢ ອ ແລ້ວສືບຕໍ່ມ້າງຕາມການຊັດທອດຫາຜູ້ຮ່ວມຂະບວນການ ດຽວກັນໄດ້ອີກ 5 ກຸ່ມ ລວມຂອງ ກ າ ງ ຢ ບ 471.465 ເ ມັ ດ, ຢ ອ 6 ຖົງໃຫຍ່ ກັບ 3 ຖົງນ້ອຍ, ເ ຮ ໂ ຣ ອິ ນ 1 ຖົງນ້ອຍ, ປື ນ ສັ້ ນ 1 ກ ະ ບ ອ ກ, ເງິນສົດ, ລົດໃຫຍ່ ແລະ ລົດຈັກ.

    ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ຜູ້ຊີ້ນໍາວຽກ ງານຕໍາຫຼວດ ຖະແຫຼງຕໍ່ສື່ມວນຊົນ ປກສ ໃນວັນທີ 21 ເມສາ 2022 ວ່າ: ເພື່ອປະຕິບັດຕາມແຜນງານ ຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂ ຢ າ ເ ສ ບ ຕິ ດ, ກອງບັນຊາ ການ ປກສ ເມືອງໄຊທານີ ຈຶ່ງສ້າງແຜນລະອຽດໃນການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ຢູ່ພາຍໃນເມືອງ; ພາຍຫຼັງ ໄດ້ຮັບຂໍ້ມູນຈາກແຫຼ່ງ ຂ່າວວ່າຈະມີການຊື້-ຂາຍ ຢ າ ເ ສ ບ ຕິ ດ, ພະແນກຕໍາຫຼວດ ກອງບັນຊາ ການ ປກສ ເມືອງໄຊທານີ ຈຶ່ງແຕ່ງ ຕັ້ງກໍາລັງວິຊາສະເພາະລົງແກ້ໄຂ ເປົ້າໝາຍ ໃນເວລາ 10 ໂມງ ຂອງ ວັນທີ 16 ມີນາ ຢູ່ເຂດບ້ານຕານມີ ໄຊ ສາມາດ ຈັ ບ ຕົວໄດ້ 3 ຄົນ ຍິງ 1 ຄົນ ຢຶດ ຢ ບ ໄດ້ 465 ເ ມັ ດ, ຢ ອ 1 ຖົ ງນ້ອຍ ນໍາມາສື ບ ສວນຂະຫຍາຍຜົນ ຜ່ານການສືບ ສວນພວກກ່ຽວຈຶ່ງຊັດທອດຫາ ຜູ້ຮ່ວມຂະບວນການດຽວກັນ

    ຈາກນັ້ນ, ຮອດເວລາ 11 ໂມງ ຂອງວັນດຽວກັນຈຶ່ງລົງມ້າງຢູ່ເຂດ ບ້ານໜອງພະຍາ ກັກຕົວເປົ້າໝາຍ ໄດ້ 1 ຄົນ ມີຂອງກາງເຮໂຣອິນ 1 ຖົງນ້ອຍ, ຕໍ່ມາເວລາ 13 ໂມງໄດ້ເຂົ້າມ້າງກຸ່ມແກ້ງດຽວກັນຢູ່ເຂດ ບ້ານດົງໂດກ ກັກຕົວເປົ້າໝາຍໄດ້ 2 ຄົນ ຍິງ 1 ຄົນ; ຮອດເວລາ 15 ໂມງ ໄດ້ລົງແກ້ໄຂກຸ່ມເປົ້າໝາຍ ດຽວກັນຢູ່ເຂດບ້ານຫ້ວຍຫົງ ເມືອງຈັນທະບູລີ ກັກຕົວເປົ້າ ໝາຍໄດ້ 1 ຄົນ ຍຶດ ຢບ ໄດ້ 38 ແພັກ ກັບ 5 ຖົງ ເທົ່າກັບ 229. 000 ເ ມັ ດ, ຢ ອ 4 ຖົງໃຫຍ ແລະ 1 ຖົງນ້ອຍ, ປື ນ ສັ້ ນ 9 ມມ 1 ກະບອກພ້ອມ ລູ ກ ປື ນ 7 ລູກ; ຕໍ່ມາເວລາ 17 ໂມງ ໄດ້ລົງແກ້ໄຂຕາມການ ຊັດທອດຢູ່ເຂດບ້ານໄຊ ສະຫວ່າງ ສາມາດກັກຕົວເປົ້າໝາຍ ໄດ້ 5 ຄົນ ຍິງ 3 ຄົນ ພ້ອມຂອງກາງ ຢາບ້າ 7 ມັດ ເທົ່າກັບ 14.000 ເ ມັ ດ, ຢ ອ 2 ຖົງໃຫຍ່, ລົດ ໃຫຍ່ 1 ຄັນ ແລະ ລູກ ປື ນ ສັ້ ນ 6 ລູ ກ;

    ຈາກນັ້ນ, ເວລາ 22 ໂມງ ໄດ້ ລົງແກ້ຕາມຄໍາຊັດທອດຢູ່ເຂດ ບ້ານຫົວຊຽງ ກັກຕົວເປົ້າໝາຍໄດ້ 4 ຄົນ ພ້ອມ ຂ ອ ງກ າ ງ ຢາບ້າ 38 ແພັກ ເທົ່າກັບ 228.000 ເ ມັ ດ.

    ຈາກການລົງແກ້ໄຂເປົ້າໝາຍຢາເສບຕິດໃນຄັ້ງນີ້, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ສາມາດກັກ ຕົວເປົ້າໝາຍໄດ້ທັງໝົດ 16 ຄົນ ຍິງ 5 ຄົນ; ຜ່ານການສືບສວນ-ສອບສວນ ເຫັນມີສ່ວນກ່ຽວພັນ ກັບ ຢ າ ເ ສ ບ ຕິ ດ ແທ້ 6 ຄົນຄື: ທ້າວ ພຸດທະໄຊ ຫຼື ຕ້ອມ ອາຍຸ 31 ປີ ຢູ່ບ້ານຕານມີໄຊ, ທ້າວ ພູວົງ ຫຼື ວັນ ອາຍຸ 20 ປີ ຢູ່ບ້ານໜອງພະຍາ, ທ້າວ ວັນດີທໍ່ ອາຍຸ 23 ປີ ຢູ່ບ້ານ ດົງໂດກ, ທ້າວ ກູຢ່າງ ອາຍຸ 28 ປີ ຊ່າງສັກລາຍ ພັກເຊົາຢູ່ບ້ານໄຊສະ ຫວ່າງ, ທ້າວ ອານຸຊາ ຫຼື ແຫຼມ ອາຍຸ 27 ປີ ຢູ່ບ້ານຫົວຊຽງ ແລະ ທ້າວ ເອຍເຮີ ອາຍຸ 25 ປີ ຢູ່ບ້ານ ຫ້ວຍຫົງ ເມືອງຈັນທະບູລີ; ສ່ວນ ອີກ 10 ຄົນເຫັນວ່າບໍ່ກ່ຽວພັນ ກັບ ຢ າ ເ ສ ບ ຕິ ດ ເປັນພຽງຜູ້ມົ້ວສຸມ ເ ສ ບ ຢ າ ເ ສ ບ ຕິ ດ ເຈົ້າໜ້າທີ່ຈຶ່ງໄດ້ ສຶກສາອົບຮົມ ມອບໃຫ້ຜູ້ປົກຄອງ ແລະ ການຈັດຕັ້ງບ້ານສຶກສາອົບ ຮົມກ່າວເຕືອນ.

    ສໍາລັບຂອງກາງທີ່ກ່ຽວຂ້ອງ ກັບຄະດີນອກຈາກຢາເສບຕິດ ແລ້ວ ຍັງມີລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ, ເງິນກີບ 6.400. 000 ກີບ, ເງິນບາດ 82.000 ບາດ, ເງິນໂດລາ 1.000 ໂດລາ, ສາຍແຂນຄ້າຍຄືຄໍາ 1 ເສັ້ນ, ແຫວນຄ້າຍຄື 1, ວົງ, ສາຍຄໍ ຄ້າຍຄືຄື 1 ເສັ້ນໂທລະສັບ 7 ໜ່ວຍທີ່ເຈົ້າໜ້າທີ່ອາຍັດໄວ້.

    ພາບ-ຂ່າວ: ໜັງສືພິມ ປກສ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.