ຄົນເກີດວັນອາທິດ:ການງານການງານໂດນເດັ່ນມີເລື່ອງທີ່ເຮັດໃຫ້ທ່ານກ້າວໜ້າ ແລະ ເປັນທີ່ຍອມຮັບຂອງເພື່ອນຮ່ວມງານ ການເງິນເກີດຄວາມໂຊກດີມີໂຊກທາງດ້ານການເງິນ ຄວາມຮັກມີຂ່າວດີເລື່ອງຄວາມຮັກເຮັດໃຫ້ເກີດຄວາມສຸກໃຈ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ8
ຄົນເກີດວັນຈັນ:ການງານມີໂອກາດເຂົ້າຫາຜູ້ໃຫຍ່ ແລະ ໄດ້ຮັບການຊ່ວຍເຫຼືອຊຸກຍູ້ເລື່ອງການງານ ການເງິນເອກະສານການເງິນອາດເປັນໂມຄະ ຄວາມຮັກເກີດການບໍ່ເຂົ້າໃຈກັນອາດເຖິງຂັ້ນເລີກລາກັບຄົນທີ່ທ່ານຮັກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຂາວ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານ ພົບອຸປະສັກເຮັດໃຫ້ເຄັ່ງຄຽດເພາະເກີດຄວາມຜິດພາດ ການເງິນໄດ້ເຂົ້າມາແຕ່ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວ ຄວາມຮັກພົບຄົນລັກສະນະຕຸ້ຍ ມີເກນອາຍຸຫຼາຍກວ່າ ທ່ານເປັນຄົນຈິງຈັງ ແລະ ໃຈຮ້ອນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ7
ຄົນເກີດວັນພຸດ:ການງານແກ້ໄຂສະຖານນະການທີ່ເປັນອຸປະສັກກາຍເປັນໂອກາດທີ່ດີຂອງຕົນເອງໄດ້ດ້ວຍຄວາມສະຫຼາດ ການເງິນໂຊກດີຫຼາຍຈະໄດ້ໂຊກຈາກຄວາມມີສະເໜ່ ຄວາມຮັກຈະພົບຮັກກັບຄົົນທີ່ມີສະເໜ່ ມີເກນອາຍຸຫຼາຍກວ່າ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານມີໂອກາດເດີນທາງຕິດຕໍ່ທຸລະກິດຈະການງານແບບປະສົບຄວາມສຳເລັດດີ ການເງິນການເຈລະຈາຈະເຮັດໃຫ້ໄດ້ເງິນກ້ອນໃຫຍ່ເຂົ້າມາ ຄວາມຮັກມີໂອກາດພົບຮັກກັບຄົົນທີ່ມີເກນອາຍຸນ້ອຍກວ່າ ມີສະເໜ່ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນສຸກ:ການງານຕັດສິນໃຈປ່ຽນແປງຍົກຍ້າຍແບບບໍ່ທັນຕັ້ງໂຕເກີດຄວາມໂຊກດີ ການເງິນດ້ວຍຄວາມສະຫຼຽວສະຫຼາດຈຶ່ງສາມາດເຮັດທຸລະກິດທີ່ສ້າງຈຳນວນເມັດເງິນທີ່ເຮັດໃຫ້ຕົນເອງນັ້ນ ພຶງພໍໃຈ ຄວາມຮັກ ໄດ້ພົບຄົົນທີ່ມີສະເໜ່ ມີໂອກາດສົມຫວັງເລື່ອງຄວາມສຳພັນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນເສົາ:ການງານໄດ້ເລີ່ມຕົ້ນທຸລະກິດໃໝ່ ການເຈລະຈາ ຫຼື ືເຮັດທຸລະກິດຈະເລີນຮຸ່ງເຮືອງ ການເງິນມີໂອກາດຈະໃຊ້ເງິນຊື້ເຄື່ອງປະດັບໃໝ່ທີ່ມີຄ່າມີລາຄາແພງ ຄວາມຮັກ ໄດ້ພົບຮັກໂດຍແບບບໍ່ທັນຕັ້ງໂຕເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ6