ສຳລັບປະຊາຊົນທີ່ບໍ່ໄດ້ຮັບຮູ້ເລື່ອງລາວຫຍັງກໍຫາວ່າລັດຖະບານບໍໄດ້ເຮັດຫຍັງບໍໄດ້ປັບໃໝໃສ່ໂທດພະນັກງານລັດທີ່ເຮັດຜິດລະບຽບ ແຕ່ໃນຄວາມເປັນຈີງ ພາກລັດເອງກໍ່ເຮັດໜ້າທີ່ຂອງຕົນຢ່າງເຕັມທີ່ ຜູ້ໃດເຮັດຜິດກໍ່ຮັບໂທດໄປຕາມກໍລະນີໜັກຫຼືເບົາ ທີ່ຕົນໄດ້ກະທຳລົງໄປ ຫຼ້າສຸດນີ້ຕາມລາຍງານມີເຖິງ 100 ກວ່າຄົນທີ່ເປັນພະນັກງານລັດ ແລະໄດ້ມີສ່ວນຮ່ວມ, ຮູ້ເຫັນລະເມີດຄຳສັ່ງເລກທີ15/ນຍ ກ່ຽວກັບເລື່ອງໄມ້.
ເປັນຮູບປະກອບຂ່າວ
ໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ສຳລັບກະຊວງ-ອົງການອ້ອມຂ້າງສູນກາງທີ່ຈັດຂຶ້ນໃນວັນທີ 19 ເມສານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການສູນກາງພັກໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະກວດກາສູນກາງພັກ ໄດ້ສົມທົບກັບຄະນະນໍາກະຊວງ-ອົງການ, ນະຄອນຫຼວງ, ແຂວງ ແລະ ຄະນະກວດກາແຕ່ລະຂັ້ນ ດໍາເນີນການຕິດຕາມ, ກວດກາປົກກະຕິ, ກວດກາຕາມຄຳສັ່ງ, ຕາມການສະເໜີຂອງພົນລະເມືອງ, ໃນນັ້ນອັນພົ້ນເດັ່ນແມ່ນກວດກາບັນຫາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນໍາໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດຂຸດຄົ້ນແຮ່ທາດ ແລະ ອື່ນໆ.
ນັບແຕ່ປີ 2016 ເຖິງປັດຈຸບັນ ສາມາດກວດກາໄດ້ທັງໝົດ 4.185 ເປົ້າໝາຍ, ພົບເຫັນຜົນເສຍຫາຍທັງໝົດ 8.370 ຕື້ກີບ, 50,22 ລ້ານໂດລາ ແລະ 36,89 ລ້ານບາດ; ໃນເບື້ອງຕົ້ນສາມາດເກັບກູ້ຄືນມາໃຫ້ລັດໄດ້ 1.782 ຕື້ກີບ, 3,55 ລ້ານໂດລາ, 11,16 ລ້ານບາດ; ສະພາບໃນການກວດກາໂຄງການລົງທຶນຂອງລັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ສະບັບເລກທີ 130/ຫສນຍ, ສໍາເລັດແລ້ວ 2.004 ໂຄງການ ໃນຈໍານວນ 5.542 ໂຄງການ.
ພ້ອມນີ້ໄດ້ດໍາເນີນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ພົບເຫັນການລະເມີດ ແລະ ຜູ້ມີສ່ວນຮ່ວມພົວພັນ 1.119 ຄົນ, ໃນນີ້ ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ, ຢຶດໄມ້ໄດ້ 11.351,75 ແມັດກ້ອນ ແລະ 33,17 ໂຕນ, ປັບໃໝ 22,28 ຕື້ກີບ, ພົບເຫັນການຄ້າງມອບພັນທະ ແລະ ຄ້າງຊໍາລະຄ່າໄມ້ໃຫ້ລັດ 121.120.861 ແມັດກ້ອນ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ.