ຄົນເກີດວັນອາທິດ:ການງານນຳວຽກງານເກົ່າໆມາເລີ່ມສ້າງຜົນງານໃໝ່ຈະເຮັດໃຫ້ຄົນຮູ້ຈັກທ່ານຫຼາຍຂື້ນ ການເງິນມີເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍຈໍານວນຫຼາຍ ຄວາມຮັກໄດ້ພົບຮັກກັບຄົນຂີ້ຫຶງ ເພາະທ່ານເປັນຄົນທີ່ຈິງຈັງເລື່ອງຄວາມຮັກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ 5
ຄົນເກີດວັນຈັນ:ການງານເກີດການປ່ຽນແປງຍົກຍ້າຍ ທີ່ກໍ່ໃຫ້ເກີດໂຊກໃນເລື່ອງການງານ ການເງິນເສຍເງິນໃຫ້ກັບບໍລິວານຫຼາຍ ເພາະທ່ານເປັນຄົນທີ່ໃຈດີ ຄວາມຮັກມີໂຊກເລື່ອງຄວາມຮັກ ອາດໄດ້ມີການວາງແຜນການແຕ່ງງານ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ1
ຄົນເກີດວັນອັງຄານ:ການງານປັບປ່ຽນໃນການວາງແຜນກົນລະຍຸດໃໝ່ກ່ຽວກັບເລື່ອງການງານ ການເງິນພົບເລື່ອງເຄັ່ງຄຽດເພາະການເງິນຢູ່ໃນໄລຍະຂັດສົນ ຄວາມຮັກໄດ້ພົບຄົນທີ່ດີ ແຕ່ເປັນຄົນທີ່ເອົາແຕ່ໃຈ ບໍ່ມັກແຄຣຄວາມຮູ້ສຶກຂອງອີກຝ່າຍ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5
ຄົນເກີດວັນພຸດ:ການງານໄດ້ຮັບການສະໜັບສະໜຸນຈາກຜູ້ໃຫຍ່ໃນເລື່ອງການງານ ການເງິນມີລາຍຈ່າຍຫຼາຍເປັນພິເສດແຕ່ບໍ່ມີເວລາເກັບອອມ ຄວາມຮັກ ພົບສະຖານະການປ່ຽນແປງແບບບໍ່ຊັດເຈນກ່ຽວກັບຄົນຮັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານເຮັດທຸລະກິດອາດເກີດການຜິດພາດຕ້ອງລະວັງອາລົມເລື່ອງໃຈຮ້ອນ ການເງິນດວງດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຊ້ຈ່າຍ ຄວາມຮັກພົບຄົນສະຫຼຽວສະຫຼາດ ຊ່າງເວົ້າ ມີສະເໜ່ແຮງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນສຸກ:ການງານການຄ້າປະສົບຜົນສຳເລັດອາດເປັນສິ່ງທີ່ທ່ານມັກ ການເງິນໄລຍະນີ້ໃຊ້ເງິນຫຼາຍເປັນພິເສດ ຄວາມຮັກຂາດການຕິດຕໍ່ ຄົນຮັກປ່ຽນຈາກແຕ່ກ່ອນຫຼາຍຂຶ້ນ ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນສີບົວ ເລກນຳໂຊກ1
ຄົນເກີດວັນເສົາ:ການງານໄດ້ເຮັດວຽກເບົາ ແຕ່ໄດ້ຜົນກຳໄລດີ ການເງິນມີຄ່າໃຊ້ຈ່າຍໃນການເດີນທາງ ຄວາມຮັກມີຄວາມສຸກສົມຫວັງດັ່ງປາດຖະໜາໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນສີຂຽວ ເລກນຳໂຊກ3