ອຸຕຸແຈ້ງເຕືອນລະວັງຝົນຕົກໜັກ, ພາຍຸທ້ອງຖິ່ນທີ່ຈະເກີດຂຶ້ນໄລຍະ 15 ຫາ 17 ເມສານີ້ ໃນແຕ່ລະພາກ

    0
    516

    ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ເມສາ 2022 ໂດຍມີຄຳເຕືອນເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ-ຟ້າເຫຼື້ອມໃນວັນທີ 15 ຫາ 17 ເມສາ 2022 ຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ພ້ອມດຽວກັນສອງຂະບວນລົມລົມຕາເວັນອອກ – ຕາເວັນອອກສຽງໃຕ້ພັດປົກຄຸມພາກເໜືອແລະ ລົມຕາເວັນຕົກພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາປານກາງ ແລະ ຕົກໜັກ ເປັນບາງໂອກາດ ແລະ ພ້ອມຈະເກີດມີລົມພາຍຸທ້ອງຖິ່ນ, ຟ້າຜ່າ ແລະ ໝາກເຫັບຕົກ ເປັນບາງໂອກາດຢູ່ໃນ ແຕ່ລະພາກ.

    ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ-ຟ້າເຫຼື້ອມ ແລະ ຟ້າຜ່າ, ລົມພາຍຸທ້ອງຖີ່ນ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.