ສົງການປີນີ້! ອາກາດຈະຮ້ອນ ແລະ ອາດມີຝົນຕົກຟ້າຮ້ອງ
ກົມອຸຕຸນິຍົມ ແລະ ອຸທົກກະສາດ. ໄດ້ໃຫ້ຮູ້ວ່າ: ໃນໄລຍະວັນທີ 11 ຫາ 14 ເມສາ 2022 ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນຕົກ -ຕາເວັນຕົກສ່ຽງເໜືອພັດປົກຄຸມ.
ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນເປັນບາງໂອກາດ.
ວັນທີ 15 ຫາ 17 ເມສາ 2022 ຄວາມກົດດັນອາກາດສູງຂອງອາກາດເຢັນຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບສອງຂະບວນ ລົມຄື: ລົມຕາເວັນອອກ
ຕາເວັນອອກສ່ຽງໃຕ້ພັດປົກຄຸມພາກເໜືອ ແລະ ຕາເວັນຕົກພັດປົກຄຸມພາກກາງ ແລະ ພາກໃຕ້.ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກເປັນບາງໂອກາດ ແລະ ພ້ອມຈະເກີດມີລົມພາຍຸທ້ອງຖິ່ນ, ຟ້າຜ່າ ແລະ ໝາກເຫັບຕົກ ເປັນບາງໂອກາດຢູ່ໃນແຕ່ລະພາກ.