ຖືວ່າເປັນຂ່າວທີ່ດີຕ້ອນຮັບປີໃໝ່ລາວ ທີ່ລັດຖະບານໄດ້ມີການແກ້ໄຂບັນຫາລາຄານ້ຳມັນ ບໍ່ໃຫ້ສົ່ງຜົນກະທົບຫຼາຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຕາມແຈ້ງການຫຼ້າສຸດຂອງກະຊວງອຸດສາຫະກຳ ແລະການຄ້າ ແມ່ນຈະມີການປັບລົງລາຄານ້ຳມັນຂາຍຍ່ອຍໜ້າປ້ຳນັບແຕ່ເວລາ 6:00 ໂມງຂອງວັນທີ 9 ເມສານີ້ເປັນຕົ້ນໄປ.
ອີງຕາມແຈ້ງການສະບັບເລກທີ 0444/ອຄ ລົງວັນທີ 8 ເມສາ 2022 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ແຈ້ງປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດຄື: ນ້ຳມັນແອັດຊັງພິເສດ ປັບລົງ 780 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ 660 ກີບຕໍ່ລິດ ແລະ ກາຊວນລົງ 360 ກີບຕໍ່ລິດ.
ຈາກການປັບຫຼຸດລາຄາຄືດັ່ງກ່າວເຮັດໃຫ້ລາຄາຂາຍຍ່ອຍຢູ່ນະຄອນຫຼວງວຽງຈັນ ນ້ຳມັນແອັດຊັງພິເສດຕົກເປັນລິດລະ 19.590 ກີບ, ນ້ຳມັນແອັດຊັງທຳມະດາ 17.170 ກີບ ແລະ ນໍ້າມັນກາຊວນ 16.760 ກີບ/ລິດ.
ແຂວງອຸດົມໄຊ ນ້ຳມັນແອັດຊັງພິເສດ 20.070 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 17.650 ກີບ/ລິດ ແລະ ກາຊວນ 17.240 ກີບ/ລິດ ແຂວງຫຼວງພະບາງ ນ້ຳມັນແອັດຊັງພິເສດ 19.960 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 17.450 ກີບ/ລິດ ແລະ ກະຊວນ 17.130 ກີບ/ລິດ
ແຂວງຊຽງຂວາງ ນ້ຳມັນແອັດຊັງພິເສດ 19.780 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 17.360ກີບ/ລິດ ແລະ ກາຊວນ 16.950 ກີບ/ລິດ ແຂວງສະຫວັນນະເຂດ ນ້ຳມັນແອັດຊັງພິເສດ 19.620 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 17.200 ກີບ/ລິດ ແລະ ກະຊວນ 16.790 ກີບ/ລິດ ແຂວງຈໍາປາສັກ ນ້ຳມັນແອັດຊັງພິເສດ 19.650 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 17.230 ກີບ/ລິດ ແລະ ກາຊວນ 16.820 ກີບ/ລິດ
ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0249/ກຄພນ, ລົງວັນທີ 7 ເມສາ2022 ຈົນກວ່າຈະມີການປ່ຽນແປງ.