ຊົມຄລິບ ວິນາທີຟ້າຜ່າ ໃສ່ລົດເກືອບເສຍຊີວິດຍົກຄົວ
ເຫດການນີ້ເກີດຂຶ້ນທີ່ຕ່າງປະເທດ ເກີດກັບຄອບຄົວຂອງ
ທ້າວ ເນທັນ ແລະ ນາງ ຊາຣາ ວານເດີ ທີ່ກຳລັງຂັບລົດຈາກລັດແຄນຊັດ ພ້ອມດ້ວຍລູກ 3 ຄົນ ເດີນທາງໄປອີກລັດໜຶ່ງ ລະຫວ່າງທາງເກີດຝົນຕົກໜັກ ແລະຟ້າຮ້ອງຢ່າງຄຶກຄະນອງ ຂະນະທີ່ກຳລັງຂັບລົດຢູ່ ທັນໃດນັ້ນເກີດຟ້າຜ່າ ສາຍຟ້າຟາດລົງມາໃສ່ຂ້າງລົດ 3-4ຄັ້ງຈົນຈັກລົດດັບ
ແຕ່ໂຊກດີທີ່ທຸກຄົນລອດຕາຍຢ່າງວຸດວິດແຕ່ກໍ່ຕົກໃຈຢ່າງແຮງ ເຈົ້າຂອງລົດກ່າວວ່າບໍ່ຮູ້ວ່າສາເຫດຟ້າຜ່ານີ້ເກີດຂຶ້ນຍ້ອນຫຍັງຫຼືວ່າຍ້ອນລູກໆຂອງລາວຄົນໃດຄົນໜຶ່ງຫຼິ້ນໂທລະສັບຢູ່ຫຼືບໍລາວກໍ່ບໍ່ໄດ້ສັງເກດ ຂັບລົດຢູ່ດີໆກໍ່ມີສຽງດັງສະນັ່ນພ້ອມແສງຢູ່ຂ້າງໆລົດ ຕົກໃຈຈົນຈະຊັອກ ຮູ້ຕົວອີກເທື່ອກໍ່ຈັກລົດດັບແລ້ວ
ວີດີໂອນີ້ແມ່ນຖ່າຍຈາກກ້ອງໜ້າລົດຂອງລົດທີ່ຕາມຫຼັງຂອງລົດຜູ້ທີ່ເຄາະຮ້າຍ