ຄົນເກີດວັນຈັນ:ການງານໄດ້ເຮັດທຸລະກິດຮ່ວມກັບຫຸ້ນສ່ວນ ເປັນວຽກງານທີ່ຕົນເອງມີຄວາມຖະຫນັດ ແລະ ເກັ່ງ ການເງິນໄດ້ຊັບສິນເຂົ້າມາຫຼາຍແຕ່ກໍຈ່າຍອອກໄປຫຼາຍເຊັ່ນກັນ ຄວາມຮັກມີສະເໜ່ແຮງຈົນມີຄົນຢາກເຂົ້າມາເຮັດຄວາມຮູ້ຈັກທັກທາຍກັບທ່ານ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ 4
ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າຜະລິດຕະພັນຈະໄດ້ຜົນກຳໄລ ການເງິນມີລາຍຈ່າຍຫຼາຍ ເພາະເປັນລາຍຈ່າຍທີ່ຈໍາເປັນ ຄວາມຮັກໄດ້ພົບຄູ່ບຸນເຂົ້າມາເປັນສ່ວນໜື່ງຂອງທ່ານ
ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ8
ຄົນເກີດວັນພຸດ:ການງານສ້າງສັນຜົນງານໄດ້ຢ່າງດີເລີດໃນເລື່ອງການງານ ການເງິນບໍລິວານຈະນຳໂຊກມາໃຫ້ອາດເປັນເລື່ອງເງິນຄໍາ ຄວາມຮັກພົບເລື່ອງຜິດຫວັງໃນເລື່ອງການເຈລະຈາກັບຄົນຮັກ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ 9
ຄົນເກີດວັນພະຫັດ:ການງານເຮັດທຸລະກິດທີ່ກ່ຽວຂ້ອງກັບອາຫານຫວານຈະເຮັດໃຫ້ທ່ານມີທຸລະກິດທີ່ຕອບໂຈດ ການເງິນມື້ນີ້ໂຊກດີຈະມີຄົນມາອຸປະຖໍາໃນເລື່ອງຂອງການເງິນ ຄວາມຮັກໄດ້ພົບຮັກກັບຄົົນທີ່ມີອາຍຸຕ່າງກັນ ບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ9
ຄົນເກີດວັນສຸກ:ການງານການເຈລະຈາຕໍ່ລອງເກີດຄວາມສຳເລັດໃນເລື່ອງວຽກງານ ການເງິນເກີດຄວາມເຄັ່ງຄຽດໃນເລື່ອງການເງິນ ເພາະໝູນເງິນບໍ່ທັນ ຄວາມຮັກໄດ້ພົບຮັກຄັ້ງໃຫມ່ກັບຄົນທີ່ທ່ານເອງກໍແອບມັກມາດົນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ2
ຄົນເກີດວັນເສົາ:ການງານເຮັດທຸລະກິດບໍລິການປະສົບຄວາມສຳເລັດ ການເງິນໄດ້ເງິິນຫຼາຍຂຶ້ນ ເພາະທ່ານມີລາຍໄດ້ຫຼາຍກວ່າທາງດຽວ ຄວາມຮັກໄດ້ພົບຄົນຜິວຂາວຄົນທີ່ເກັ່ງເຂົ້າມາໃຫ້ທ່ານໄດ້ຮູ້ຈັກ
ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີບົວ ເລກນຳໂຊກ8
ຄົນເກີດວັນອາທິດ:ການງານເອກະສານສັນຍາທາງທຸລະກິດເກີດຄວາມບໍ່ຊັດເຈນໃນເລື່ອງການງານ ການເງິນພົບເລື່ອງເຄັ່ງຄຽດໃນເລື່ອງການເງິນ ຄວາມຮັກພົບສະຖານະການບໍ່ຊັດເຈນໃນເລື່ອງຄວາມຮັກ ອາດເຮັດໃຫ້ທ່ານຄິດຫຼາຍ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ4