ສຸດຍອດ 1 ສະໝອງ 2 ມື ລົງມືເຮັດດ້ວຍຕົວເອງ ບໍ່ມີນາຍສັ່ງ ລວຍດ້ວຍຕົນເອງ ລາຍໄດ້ຫຼັກ 100 ລ້ານ

    0
    201

    ເວົ້າເລື່ອງຄວາມດຸໝັ່ນອົດ ເຮັດຫຍັງກໍ່ກ້າວໜ້າ ແຕ່ຕ້ອງກ້າເຮັດ, ກ້າລົງມື ແລະ ກ້າຕັດສິນໃຈ ດັ່ງກັບຊາຍຜູ້ໜຶ່ງຊື່ ຍອດຊາຍ ຮຽນຈົບປະລິນຍາມາເປັນຊາວນາມີລາຍໄດ້ຫຼັກ 100 ລ້ານ ເວົ້າເລື່ອງການກະເສດໃຜເດຢາກໄປຕາກແດດຕາກຝົນ ໃຊ້ຊີວິດແບບຈົນໆລົງທົ່ງໄຮ່ທົ່ງນາທຸກວັນ ແຕ່ຖ້າຜູ້ມີໃຈຮັກໃນສາຍນີ້ ແລະບໍລັງເລ ເຂົາວ່າເປັນຄວາມພູມໃຈທີ່ໄດ້ຮັບໃຊຄົນຈຳນວນຫຼາຍ ເພາະທຸກວັນນີ້ຄົນກິນຫຼາຍກວ່າຄົນເຮັດ ຫາກເຮົາເຮັດຢ່າງມີແບບແຜນ ແລະມີການຕະຫຼາດທີ່ດີກໍ່ຈະສາມາດປະສົບຜົນສຳເລັດໄດ້ ແຕ່ກ່ອນຈະມາເຖິງຈຸດນັ້ນຄົງທ້າທາຍໄດ້ບົດຮຽນມາບໍ່ນ້ອຍ.

    ໜຸ່ມຍອດຊາຍ ລັງສີທົນກຸນ ໄວ 35 ຈາກເມືອງໄທຮຽນຈົບປະລິນຍາຕີຈາກລັດຖະສາດ ສາຂາການປົກກຄອງ ແລະແມ່ຂອງເພິ່ນຂໍໃຫ້ມາເປັນຊາວນາ ກໍໄປຕາມທີ່ແມ່ຮຽກຮ້ອງຜັນໂຕເອງມາເປັນຊາວກະສິກອນຢ່າງເຕັມຕົວ. ແຕ່ຂໍດີໄດ້ປຽບຂອງໜຸ່ມຄົນນີ້ຄືຄອບຄົວຮັ່ງມີ ພື້ນທີ່ຫຼາຍຢູ່ແລ້ວຕັ້ງ 50 ໄລ່ ເຂົາມີປະສົບການມາຫຼາຍກວ່າ 50 ປີ ພຽງແຕ່ວ່າໄລຍະຫຼັງມາປະສົບບັນຫານ້ຳ, ສັດຕູພືດ ແລະລາຄາເຂົ້າຕົກຕ່ຳ ຈິ່ງຕ້ອງລອງວິຊາໃໝ່ຈາກປູກເຂົ້າມາເປັນພືດແນວອື່ນແທນ.

    ຍອດຊາຍມາບໍລິຫານ ແລະໄດ້ເລີກເຮັດນາຫັນມາເຮັດການກະເສດແບບປະສົມປະສານ ເນັ້ນໜັກປູກຜັກກາດນາໃຫຍ່ເປັນຫຼັກ ຮອບນອກຂອງສວນກໍ່ປູກຫອມປ້ອມ ແລະໝາກເຜັດເປັນລາຍໄດ້ເສີມ ລອງຜິດລອງຖືກມາຕະຫຼອດ. ຍອດຊາຍບອກວ່າຕອນເລີ່ມຕົ້ນທຳອິດກໍ່ຮຽນຮູ້ດ້ວຍຕົວເອງ ສຶກສາຈາກຕຳລາ, ຮຽນຮູ້ນຳຊາວກະສິກອນບ່ອນອື່ນຈົນພົບວ່າການປູກຜັກກາດນາລາຍໄດ້ດີທີ່ສຳຄັນປີໜຶ່ງສາມາດປູກໄດ້ 5-6 ຊຸດໃນປີໜຶ່ງໆ ກໍມີກຳໄລຫຼັກຫຼັກບາດ ທຽບໃສ່ເງິນກີບກໍ່ຫຼາຍຮ້ອຍລ້ານ.

    ການຜູກຜັກກາດນາຕ້ອງໃຊ້ເວລາແຕ່ຫວ້ານເມັດຫາເກັບກ່ຽວປະມານ 45-55 ວັນ ທີ່ສຳຄັນໃນລະຫວ່າງນັ້ນຕ້ອງເອົາໃຈໃສ່ດູແລຢ່າງໃກ້ຊິດ ນອກຈາກຫົດນ້ຳພວນດິນແລ້ວຕ້ອງບົວລະບັດໃຫ້ດີທີ່ສຸດ ພວມດຽວກັນນີ້ການປູກກໍຕ້ອງສຶກສາໃຫ້ດີ ປູກໃຫ້ໄດ້ຜັກລະຂະໜາດເວລາຂາຍກໍ່ອີງໃສ່ຄວາມຕ້ອງການຂອງລູກຄ້າລາຍໃດຢາກໄດ້ແນວໃຫຍ່ ແນວນ້ອຍແຕກຕ່າງກັນໄປ.

    ຍອດຊາຍຍັງບອກອີກວ່າ ການປະກອບອາຊີບ ໂດຍສະເພາະຊາວສວນທີ່ຕ້ອງເປັນນາຍໂຕເອງບໍມີໃຜມາຂຸດຄົ້ນສູດໃຫ້, ບໍມີໃຜສັ່ງງານ ທຸກຢ່າງຕ້ອງລົງມືເອງຄິດຄົ້ນເອງກ່ອນຈະປະສົບຜົນສໍາເລັດ ເຮົາທໍ້ແທ້ມາແລ້ວນັບຄັ້ງບໍຖ້ວນແຕ່ສຳຄັນຢູ່ທີ່ວ່າເຮົາມີຄວາມອົດທົນ ແລະຈີງຈັງກັບມັນສ່ຳໃດ ຖ້າຜິດຫວັງແລ້ວລຸກຂຶ້ນມາສູ້ໃໝ່ຈັກວັນໜຶ່ງຕ້ອງເປັນຂອງເຮົາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.