ເກີດແຜ່ນດິນໄຫວ ໃນບໍລິເວນ ເມືອງປາກອູ ແຂວງຫລວງພະບາງ ຄວາມແຮງ 3,1ຣິກເຕີ

    0
    212

    ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດແຜ່ນ ດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 29 ມີນາ 2022 ໃນເວລາ 23:46 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນ ປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ເມືອງປາກອູ ແຂວງຫລວງພະບາງ.

    ມີຈຸດສູນກາງຢູ່ເສັ້ນຂະໜານທີ 20.208 ອົງສາເໜືອ ແລະ ເສັ້ນແວງທີ 102.355 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນ ວັດແທກໄດ້ 3,1 ຣີກເຕີ ມີຄວາມເລິກຈາກເທິງໜ້າດິນປະມານ 10 ກິໂລແມັດ ເຊິ່ງຈຸດສູນກາງເກີດແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງປາກອູ ປະມານ 21 ກິໂລແມັດ.

    ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.