ເຈົ້າໜ້າທີ່ ປກສ ເມືອງຄອບ ແຂວງໄຊຍະບູລີ ຍຶ ດ ຢ າ ບ້ າ ໄດ້ທັງໝົດ 6,808 ເ ມັ ດ.

    0
    432

    ອີງຕາມການລາຍງານຂອງເຈົ້າໜ້າທີ່ ປກສ ເມືອງຄອບ ແຂວງໄຊຍະບູລີ ໃນວັນທີ 21 ມີນາ 2022 ທີ່ຜ່ານມາວ່າ: ໃນຊ່ວງໄລຍະກາງເດືອນ ກຸມພາ 2022 ທີ່ຜ່ານມາໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ຢູ່ບ້ານ ຫາດງາມ ໄດ້ມີການ ມົ້ ວ ສຸ ມ ຊື້-ຂາຍ ຢ າ ເ ສ ບ ຕິ ດ ປະເພດ ຢ .

    ໂດຍປະຕິບັດຕາມວາລະແຫ່ງຊາດ ຂອງລັດຖະບານວາງອອກວ່າດ້ວຍການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ. ດັ່ງນັ້ນຄະນະພັກຄະນະກອງບັນຊາການ ປກສ ເມືອງຄອບ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງແຕ່ງຕັ້ງພະນັກງານວິຊາສະເພາະ ລົງຕິດຕາມກວດກາພິສູດແຫຼ່ງຂ່າວ. ເຫັນວ່າມີມູນຄວາມຈິງ ເຈົ້າໜ້າທີ່ຈຶ່ງໄດ້ລາຍງານຂໍຄໍາສັ່ງກວດຄົ້ນຈາກອົງການໄອຍາການສານປະຊາຊົນເຂດ III.

    ມາຮອດວັນທີ 17 ມີນາ 2022 ເຈົ້າໜ້າທີ່ ປກສ ເມືອງ ໄດ້ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງລົງກວດຄົ້ນເຮືອນກຸ່ມເປົ້າໝາຍ ຈໍານວນ 3 ຫຼັງຄາເຮືອນຄື: ເຮືອນ ທ້າວ ດາເຮີ ອາຍຸ 41 ປີ ແລະ ນາງ ຈອງທໍ່ ( ຜູ້ເປັນເມຍ ) ອາຍຸ 38 ປີ, ເຮືອນ ທ້າວ ຟົງວາ ອາຍຸ 32 ປີ, ເຮືອນ ນາງ ຢົວວື ອາຍຸ 51 ປີ ແລະ ເຮືອນ ນາງ ຢາຊົງ ອາຍຸ 66 ປີ. ເຊິ່ງຈໍານວນ 5 ຄົນດັ່ງກ່າວ ແມ່ນປະຊາຊົນ ຢູ່ບ້ານຫາດງາມ ເມືອງຄອບ ແຂວງໄຊຍະບູລີ.

    ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ໃນຈໍານວນເຮືອນ 3 ຫຼັງຄານີ້ ແມ່ນພົບເຫັນວັດຖຸ ສິ່ງທີ່ຜິດຕໍ່ລະບຽບກົດໝາຍຄື: ເປັນປະເພດ ຢ າ ບ້ າ ຈໍານວນ 6,808 ເ ມັ ດ, ປະເພດ ຢ າ ຟິ່ ນ 1 ຫໍ່, ເງິນກີບ ຈໍານວນ 10,990,000 ກີບ, ເງິນບາດ ຈໍານວນ 5,950 ບາດ ແລະ ໂທລະສັບ ຈໍານວນ 9 ເຄື່ອງ.

    ຜ່ານການສືບສວນ ສອບສວນ ຂອງເຈົ້າໜ້າທີ່ ປກສ ເມືອງ ຜູ້ກ່ຽວທັງ 5 ຄົນ ໄດ້ສາລະພາບວ່າ: ວັດຖຸດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ເພື່ອຂະຫຍາຍຜົນ ແລະ ນໍາເອົາຜູ້ກ່ຽວຈໍານວນ 5 ຄົນ ມາດໍາເນີນຄະດີຕາມຂັ້ນຕອນຂອງລະບຽບກົດໝາຍ.

    ພາບ-ຂ່າວ: ທອງແກ້ວ ພອນມະລີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.