ໃນວັນທີ 22 ມີນາ 2022 ອົງການອາຫານໂລກ ຮ່ວມກັບ ລັດຖະບານລາວ ໄດ້ຈັດພິທີເປີດໂຕໂຄງການອາຫານທ່ຽງໃນໂຮງຮຽນໄລຍະໃໝ່ ຂຶ້ນຢ່າງເປັນທາງການ ທີ່ເມືອງ ສັງທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ຂັນທະລີ ສິລິພົງພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ.
ການຈັດໂຄງການດັ່ງກ່າວ ເພື່ອເປັນການສະໜັບສະໜູນວຽກງານອາຫານທ່ຽງໃນໂຮງຮຽນຂອງລັດຖະບານແຫ່ງ ສປປ ລາວ, ເຊິ່ງມີນັກຮຽນຊັ້ນປະຖົມ ປະມານ 64.000 ຄົນ ຈາກ 707 ໂຮງຮຽນ ໃນ 17 ເມືອງເປົ້າໝາຍບຸລິມະສິດ ຂອງ 11 ແຂວງ ໃນທົ່ວປະເທດ, ຈະໄດ້ຮັບອາຫານທ່ຽງທີ່ມີໂພຊະນາການທຸກໆມື້ເຂົ້າຮຽນ ໂດຍໄດ້ຮັບການສະໜັບສະໜູນຈາກ ກະຊວງກະສິກຳ ສະຫະລັດອາເມລິກາ ຜ່ານໂຄງການແມັກກາວັນໂດ ອາຫານສາກົນ ເພື່ອການສຶກສາ ແລະ ໂພຊະນາການຂອງເດັກ.
ອົງການອາຫານໂລກ ໄດ້ສະໜອງຊຸດບໍລິການດ້ານ ສຸຂະພາບ ແລະ ໂພຊະນາການໃນໂຮງຮຽນ ລວມມີອາຫານທ່ຽງໃນໂຮງຮຽນ, ການຕິດຕັ້ງຕໍ່ນ້ຳເຂົ້າຮງຮຽນ, ສຸຂາພິບານ ແລະ ສຸຂະອະນາໄມ, ສະໜັບສະໜູນຊຸມຊົນໃນການກໍ່ສ້າງຫ້ອງກິນອາຫານ, ສາງອາຫານ ແລະ ເຮືອນຄົວ, ສວນຄົວໂຮງຮຽນ, ເຮືອນຮົ່ມ ແລະ ໜອງປາ, ພ້ອມທັງຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມການອ່ານ. ນອກນີ້ ອົງການອາຫານໂລກ ຍັງໃຫ້ການສະໜັບສະໜູນດ້ານກະສິກຳ ແລະ ນະໂຍບາຍແກ່ຊຸມຊົນ ແລະ ອຳນາດການປົກຄອງ ໂດຍຮ່ວມມື ກັບກະຊວງສຶກສາທິການ ແລະ ກິລາ ແລະ ອົງການບັນເທົາທຸກກາໂຕລິກ.