ກະຊວງສາທາ ສຸ່ມກວດຫາເຊື້ອໂ ຄ ວິ ດ-19 ພົບວ່າ 90% ເປັນສາຍພັນ ໂອໄມຄຣອນ

    0
    150

    ກະຊວງສາທາ ສຸ່ມກວດຫາເຊື້ອໂຄວິດ-19ພົບວ່າ 90% ເປັນສາຍພັນ ໂອໄມຄຣອນ ຂປລ. ຕາມການລາຍງານຈາກ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 22 ມີນາ 2022 ວ່າ: ປັດຈຸບັນ ສາຍພັນໂອໄມຄຣອນໄດ້ມີການແຜ່ລະບາດໃນຊຸມຊົນໃນ ສປປ ລາວ ເຊິ່ງເປັນສາຍພັນທີ່ມີການຕິດເຊື້ອຢ່າງໄວ ວາ ແລະ ງ່າຍ, ຈາກການສຸ່ມກວດຫາສາຍພັນພົບວ່າ 90% ແມ່ນພົບສາຍພັນໂອໄມຄຣອນ ໝາຍຄວາມວ່າສາຍພັນດັ່ງກ່າວ ໄດ້ເຂົ້າມາລະບາດແທນສາຍພັນອື່ນໆ.

    ທ່ານ ສີສະຫວາດ ສຸດທານີລະໄຊ ຍັງໄດ້ກ່າວວ່າ: ບົດຮຽນຈາກຫລາຍປະເທດເຫັນວ່າ ສາຍພັນໂອໄມຄຣອນ ມີຜູ້ຕິດເຊື້ອຫລາຍທີ່ສຸດ ແລະ ແນ່ນອນວ່າ ຖ້າຜູ້ຕິດເຊື້ອຫລາຍກໍຈະມີຄົນເສຍຊີວິດເພີ່ມຂຶ້ນຫລາຍເຊັ່ນດຽວກັນ, ປັດຈຸບັນ ຢູ່ ສປປ ລາວ ເຮົາເຫັນວ່າ ປະຊາຊົນຈໍານວນໜຶ່ງ ຍັງລະເຫລີງຕໍ່ມາດຕະການຕ່າງໆທີ່ທາງຄະນະສະເພາະກິດໄດ້ວາງອອກ ແລະ ຍັງມີບຸກຄົນຈຳນວນໜຶ່ງເຂົ້າໃຈວ່າການຕິດເຊື້ອແມ່ນເປັນເລື່ອງທຳມະດາ ແລະ ກິນຢາປີ່ນປົວຕາມອາການກໍດີ ເຊິ່ງເປັນການເຂົ້າໃຈຜິດ ເຖິງວ່າ ສາຍພັນໂອໄມຄຣອນ ຈະບໍ່ມີອາການຮຸນແຮງທຽບໃສ່ສາຍພັນຜ່ານມາ ແຕ່ກົງກັນຂ້າມ ຖ້າຕິດເຊື້ອໃນຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວກໍຈະເຮັດໃຫ້ມີອາການຮຸນແຮງໄດ້ ຫລື ອາດຈະກ້າວເຖິງຂັ້ນວິກິດ ຫລື ເສຍຊີວິດໄດ້.

    ນອກຈາກນີ້, ການຕິດເຊື້ອພະຍາດໂຄວິດ-19 ແມ່ນມີຜົນກະທົບຫລາຍດ້ານ ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນ ເສຍເວລາໃນການປີ່ນປົວທີ່ໃຊ້ເວລາຢ່າງໜ້ອຍ 10 ວັນ, ເຮັດໃຫ້ຂາດລາຍໄດ້ ຫລື ຂາດວຽກປະຈຳ; ເສຍງົບປະມານຄ່າໃຊ້ຈ່າຍໃນການປີ່ນປົວຕົນເອງ ແລະ ສະມາຊິກໃນຄອບຄົວຜູ້ທີ່ຕິດເຊື້ອ; ມີຜົນກະທົບຕໍ່ສຸຂະພາບໃນໄລຍະສັ້ນ ແລະ ໄລຍະຍາວໄດ້ ເຊັ່ນ: ຫລຸດສະມັດຕະພາບໃນການເຮັດວຽກລົງ ເຮັດໃຫ້ອິດເມື່ອຍງ່າຍ ແລະ ເຮັດວຽກບໍ່ໄດ້ເຕັມທີ່; ຫລາຍຄົນມີອາການປັ່ນປ່ວນທາງລະບົບປະສາດເຮັດໃຫ້ນອນບໍ່ຫລັບ ຫລື ແຕະຕ້ອງສຸຂະພາບຈິດ. ສະນັ້ນ, ຂໍຮຽກຮ້ອງ

    ສັງຄົມເອົາໃຈໃສ່ມີສະຕິ ໃນການປ້ອງກັນຕົນເອງຕະຫລອດເວລາ ເປັນຕົ້ນ ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືໃສ່ສະບູດ້ວຍນ້ຳສະອາດ ຫລື ເຈວລ້າງມືທີ່ມີທາດເຫລົ້າ, ຮັກສາໄລຍະຫ່າງ ຫລີກລຽງບໍ່ໃຊ້ເຄື່ອງຮ່ວມກັບຄົນອື່ນ, ຖ້າບໍ່ສາມາດຫລີກລ້ຽງໄດ້ ກໍໃຫ້ອະນາໄມຂ້າເຊື້ອດ້ວຍນ້ຳຢາຂ້າເຊື້ອຢ່າງເປັນປະຈຳ, ທັງໝົດນີ້ ກໍເພື່ອໃຫ້ທ່ານມີຄວາມປອດໄພ ຫລຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອໃສ່ຄົນອື່ນ ຫລື ສະມາຊິກໃນຄອບຄົວ.

    ຂ່າວ: ກິດຕາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.