ເຫັນຕົວເລກແລ້ວບໍ່ແມ່ນຈະຖືເບົາ ຢ່າວ່າໂຄວິດບໍໄດ້ໂຫດຮ້າຍເພາະພະຍາດນີ້ຂ້າຄົນລາວໄປແລ້ວ 600 ກວ່າຊີວິດ ນີ້ເປັນພຽງຕົວເລກທາງການ ຍັງນອກເໜືອຈາກນັ້ນອີກເທົ່າໃດທີ່ບໍ່ໄດ້ບັນທຶກລົງສະຖິຕິ, ຂະນະທີ່ຜູ້ຕິດເຊື້ອຕໍ່ວັນກໍ່ເພີ່ມຂຶ້ນຢ່າງຕັ້ງຕົວບໍ່ທັນ ທັງທີ່ຕົວເລກນີ້ມີພຽງບາງສ່ວນທີ່ໄປກວດຢູ່ຈຸດກວດທາງການ ແລະສ່ວນທີ່ກວດຢູ່ເຮືອນປົວເອງບໍມີໃຜຮູ້ເດຈະອີກຫຼາຍປານໃດ ເສົ້າໃຈເດ.
ຕາມການລາຍງານຂອງຄະນະສະເພາະກິດໃນວັນທີ 21 ມີນາ 2022 ໄດ້ກວດວິເຄາະທັງໝົດ 5.976 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 2,328 ຄົນ (ຕິດເຊື້ອພາຍໃນ 2.306 ຄົນ ແລະ ນໍາເຂົ້າ 22 ຄົນ).
ໃນນັ້ນຫຼາຍທີ່ສຸດແມ່ນນະຄອນຫຼວງ 1329 ຄົນ, ສະຫັວນນະເຂດ 169 ຄົນ, ຊຽງຂວາງ 137 ຄົນ, ອຸດົມໄຊ 106 ຄົນ, ຄໍາມ່ວນ 85 ຄົນ, ໄຊຍະບູລີ 84 ຄົນ, ວຽງຈັນ 75 ຄົນ, ບໍ່ແກ້ວ 65 ຄົນ, ສາລະວັນ 63 ຄົນ, ບໍລິຄໍາໄຊ 49 ຄົນ, ຫົວພັນ 47 ຄົນ, ອັດຕະປື 22 ຄົນ, ໄຊສົມບູນ 20 ຄົນ, ຫຼວງພະບາງ 17 ຄົນ, ຫຼວງນໍ້າທາ 14 ຄົນ, ຈໍາປາສັກ 9 ຄົນ, ເຊກອງ 8 ຄົນ, ຜົ້ງສາລີ 7 ຄົນ.
ສໍາລັບການຕິດເຊື້ອນໍາເຂົ້າ ມີ 22 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 01 ຄົນ, ຈໍາປາສັກ 1 ຄົນ, ຊຽງຂວາງ 0ັ7 ຄົນ ແລະ ຫົວພັນ 11ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ເຮັດໃຫ້ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 154.094 ຄົນ, ອອກໂຮງໝໍວານນີ້ 153 ຄົນ, ກຳລັງປິ່ນປົວ 2,280 ຄົນ ແລະ ເສຍຊີວິດທັງໝົດ 651 ຄົນ (ເສຍຊີວິດໃໝ່ 2 ຄົນ)