ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງໃຫ້ພະນັກງານປ່ຽນກັນມາເຮັດວຽກ ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງໃຫ້ພະນັກງານປ່ຽນກັນມາເຮັດວຽກ ຍ້ອນນໍ້າມັນແພງ ແລະ ໂຄວິດລະບາດ
ອີງຕາມແຈ້ງການຫ້ອງວ່າການກະຊວງອຸດສາຫະກຳ ແລະ ການຄ້າເລກທີ 0546/ອຄ ວັນທີ 21 ມີນາ 2022 ນີ້ ວ່າ: ຕາມການ ລາຍງານສະພາບການແຜ່ລະບາດປະຈໍາວັນ ຂອງຄະນະສະເພາະກິດ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການແຜ່ ລະບາດ ຂອງພະຍາດໂຄວິດ-19 ມີຜູ້ຕິດເຊື້ອເພີ່ມຂຶ້ນຈໍານວນຫຼາຍ.
ຄຽງຄູ່ກັນນີ້, ລາຄານ້ໍາມັນກໍເພີ້ມສູງຂື້ນ ເປັນຫວັດການໃນຮອບ 10 ປີຜ່ານມາ ເນື່ອງຈາກມີຫຼາຍປັດໃຈກະທົບໃສ່ທັງສະພາບເສດຖະກິດ ແລະ ຄວາມບໍ່ ສະຫງົບທີ່ເກີດຂຶ້ນ.
ເຫັນໄດ້ສະພາບຄວາມຫຍຸ້ງຍາກຄືແນວນັ້ນ, ຄະນະນໍາກະຊວງ ຈຶ່ງເປັນເອກະພາບ ເລີ່ມແຕ່ວັນທີ 21 ມີນາ ຫາ ວັນທີ 01 ເມສາ 2022, ໃຫ້ບັນດາກົມ, ຫ້ອງການ ແລະ ສະຖາບັນອຸດສາຫະກໍາ ແລະ ການຄ້າ ອ້ອມຂ້າງ ກະຊວງ ອຄ ພິຈາລະນາໃຫ້ພະນັກງານ-ລັດຖະກອນ ຂອງຕົນສາມາດຜັດປ່ຽນກັນປະຈໍາການເຮັດວຽກ, ເຮັດວຽກ ອອນລາຍ.
ສໍາລັບຜູ້ຍິງຖືພາ ແລະ ແມ່ລູກອ່ອນ ແມ່ນນະໂຍບາຍເຮັດວຽກຢູ່ເຮືອນ, ຮັບປະກັນໃຫ້ວຽກງານໄດ້ຮັບ ການຈັດຕັ້ງປະຕິບັດປົກກະຕິ. ຜູ້ມີອາການໄຂ້ ຫຼື ເປັນຫວັດ ໃຫ້ນໍາໃຊ້ຊຸດເຄື່ອງກວດ ATK, ຕິດຕາມອາການ ແລະ ກວດ PCR ເພື່ອຢັ້ງຢືນ.