ຂປລ. ວັນທີ 19 ມີນາ 2022 ນີ້, ສະຫາຍພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ໄດ້ນຳພາທິມນັກກີລາຍິງປືນ ຂອງກອງພົນ ເຂົ້າຮ່ວມການແຂ່ງຂັນກີລາຍິງປືນມິດຕະພາບ ຊິງຂັນປະທານ ປກຊ-ປກສ ແຂວງໄຊຍະບູລີ ທີ່ສະໝາມຫັດແອບຍິງປືນ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 2 ແຂວງໄຊຍະບູລີ ເພື່ອສ້າງບັນຍາກາດ ຂ່ຳນັບຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ.
ການເຂົ້າຮ່ວມແຂ່ງຂັນກີລາຍິງປືນ ໃນຄັ້ງນີ້ເພື່ອແນໃສ່ສ້າງຂະບວນການຂໍ່ານັບຮັບຕ້ອນ ບັນດາວັນສໍາຄັນຕ່າງໆຂອງຊາດ ຂອງກອງທັບ ເວົ້າລວມ ເວົ້າສະເພາະ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ກ້ວາງຂວາງ ແລະ ເພື່ອເຮັດໃຫ້ພະນັກງານການນໍາໄດ້ທົບທວນການນໍາໃຊ້ອາວຸດ ໃຫ້ມີຄວາມສໍານິສໍານານ ເພື່ອປ້ອງກັນຕົວ ແລະ
ແກ້ໄຂກໍລະນີສຸກເສີນ ໃຫ້ມີປະສິດທິຜົນສູງ ທັງເປັນການຮັກສາຄວາມສາມັກຄີອັນແໜ້ນແຟ້ນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມກັນພັດທະນາສີມືຂອງຕົນໃຫ້ດີຂື້ນເລື້ອຍໆ ການແຂ່ງຂັນໃນຄັ້ງນີ້ແບ່ງອອກເປັນ 2 ປະເພດຄື : ປະເພດປືນກົນມື (AK) ໄລຍະຍິງ 100 ແມັດ ແລະ ປະເພດປືສັ້ນ (K-54 ) ໄລຍະຍິງ 25 ແມັດ, ຜ່ານການແຂ່ງຂັນ ທີມເພດຍິງ ກອງພົນທີ 2 ສາມາດຍາດໄດ້ລາງວັນທີ 1 ປະເພດປືນສັ້ນ K-54 ແລະ ຍາດໄດ້ ທີ 3 ປະເພດປືນ AK; ທີມເພດຊາຍກອງພົນທີ 2 ຍາດໄດ້ລາງວັນ 2 ແລະ 3 ປະເພດປືນ AK. ຕື່ມອີກ.
ທີມເພດຍິງ ກອງພົນທີ 2 ຍາດໄດ້ລາງວັນທີ 1 ໃນການແຂ່ງຂັນກິລາຍິງປືນ
ທີມເພດຍິງ ກອງພົນທີ 2 ຍາດໄດ້ລາງວັນທີ 1 ໃນການແຂ່ງຂັນກິລາຍິງປືນ