ແມ່ ກົ້ມໜ້າຫຼິ້ນໂທລະສັບ ເງີຍໜ້າຂຶ້ນມາ ລູກຫາຍ ຕາມຫາລູກວຸ້ນວາຍ

    0
    225

    ກາຍເປັນອີກໜຶ່ງຄິບໄວຣັສໃນໂລກອອນລາຍ ຫຼັງຈາກທີ່ຜູ້ໃຊ້ຕິກຕ໊ອກຊາວຫວຽດນາມທີ່ຊື່ trinhquocdung2002 ໄດ້ມີການໂພສວິດີໂອຈາກກ້ອງວົງຈອນປິດພາຍໃນເຮືອນ ເຊິ່ງເຫັນເຖິງແມ່ຄົນໜຶ່ງກຳລັງລ້ຽງລູກນ້ອຍຢູ່ໃນຫ້ອງນັ່ງຫຼິ້ນ

    ໂດຍຫາກເບິ່ງຈາກວິດີໂອຈະເຫັນແມ່ກົ້ມຫຼິ້ນໂທລະສັບພ້ອມກັບໃຊ້ຕີນຍູ້ລົດເຂັນໄປເລື້ອຍໆ ກ່ອນຈະເງີຍໜ້າຂຶ້ນມາເບິ່ງຢູ່ລົດເຂັນ ແລ້ວມີທ່າທີຮ້ອນໃຈ ແລະ ຍ່າງວຸ້ນວາຍໄປທົ່ວທັງຫ້ອງ ເພາະຄິດວ່າລູກນ້ອຍຫາຍໄປ

    ບໍ່ດົນແມ່ທ່ານນີ້ກໍ່ຮູ້ຕົວວ່າລູກນ້ອຍບໍ່ໄດ້ຫາຍໄປໃສ ແຕ່ຖືກລາວອຸ້ມຢູ່ມືເບື້ອງຊ້າຍຢູ່ຕະຫຼອດເວລາ ເຮັດໃຫ້ໂລ່ງໃຈໄປຕາມໆກັນ ເອີ້ນໄດ້ວ່າຄວາມມຶນຂອງແມ່ເຮັດໃຫ້ວິດີໂອເປັນໄວຣັສ ມີຍອດຜູ້ເຂົ້າຊົມແລ້ວກ່ວາ 16 ລ້ານຄັ້ງ ທັງຊາວເນັດແຫ່ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ


    ແມ່ ກົ້ມໜ້າຫຼິ້ນໂທລະສັບ ເງີຍໜ້າຂຶ້ນມາ ລູກຫາຍ ຕາມຫາລູກວຸ້ນວາຍ


    ແມ່ ກົ້ມໜ້າຫຼິ້ນໂທລະສັບ ເງີຍໜ້າຂຶ້ນມາ ລູກຫາຍ ຕາມຫາລູກວຸ້ນວາຍ


    ແມ່ ກົ້ມໜ້າຫຼິ້ນໂທລະສັບ ເງີຍໜ້າຂຶ້ນມາ ລູກຫາຍ ຕາມຫາລູກວຸ້ນວາຍ


    ແມ່ ກົ້ມໜ້າຫຼິ້ນໂທລະສັບ ເງີຍໜ້າຂຶ້ນມາ ລູກຫາຍ ຕາມຫາລູກວຸ້ນວາຍ


    ແມ່ ກົ້ມໜ້າຫຼິ້ນໂທລະສັບ ເງີຍໜ້າຂຶ້ນມາ ລູກຫາຍ ຕາມຫາລູກວຸ້ນວາຍ


    ແມ່ ກົ້ມໜ້າຫຼິ້ນໂທລະສັບ ເງີຍໜ້າຂຶ້ນມາ ລູກຫາຍ ຕາມຫາລູກວຸ້ນວາຍ


    ແມ່ ກົ້ມໜ້າຫຼິ້ນໂທລະສັບ ເງີຍໜ້າຂຶ້ນມາ ລູກຫາຍ ຕາມຫາລູກວຸ້ນວາຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.