ວັນຈັນ:ການງານເຮັດວຽກຢ່າງຮອບຄອບ ມີຄວາມຕັ້ງໃຈ ກໍ່ໃຫ້ເກີດຄວາມໂຊກດີ ມີຄວາມສຳເລັດທີ່ດີຕາມມາ ການເງິນມີໂຊກຈະໄດ້ເງິນເຂົ້າມາຕໍ່ເນື່ອງ ເພີ່ມເຕີມ ເພີ່ມຂຶ້ນຢ່າງເປັນໂຊກ ພົບຄວາມຈະເລີນຮຸ່ງເຮືອງເປັນຢ່າງຫຼາຍ ສັງເກດໄດ້ວ່າຖານະດີຂຶ້ນກວ່າແຕ່ກ່ອນ ຄວາມຮັກຍັງຄິດເຖິງໃຜບາງຄົນຢູ່ ແຕ່ກໍຍັງບໍ່ຕັດສິນໃຈ ເພາະທ່ານມີຫຼາຍສິ່ງ ຫຼາຍຢ່າງທີ່ຕ້ອງໄປຈັດການ ເຄື່ອງມຸງຄຸນເງິນ
ສີມຸງຄຸນສີເຫຼືອງ ເລກນຳໂຊກ1 2
ວັນຄານ:ການງານຄວາມສະຫຼຽວສະຫຼາດໃນການນຳເອົາປະສົບການຕ່າງໆ ໃຫ້ເກີດໂອກາດ ແລະຄວາມສຳເລັດໃນການກະທຳ ສ້າງສັນຜົນງານໄດ້ຢ່າງມີຄຸນນະພາບ ການເງິນພະຍາຍາມບໍລິຫານຈັດການທາງດ້ານການເງິນຢູ່ ໃນໄລຍະນີ້ຍັງເຮັດໄດ້ດີ ຄວາມຮັກໄດ້ພົບຄົນເກັ່ງທີ່ມີຄວາມສາມາດ ສະຫຼຽວສະຫຼາດແຕ່ເບິ່ງຄືເວລາທີ່ມີໃຫ້ກັນບໍ່ຫຼາຍພໍ ແຕ່ທ່ານກໍຈະສາມາດເປັນທີ່ປຶກສາທີ່ດີແກ່ທ່ານໄດ້
ເຄື່ອງມຸງຄຸນ ຫິນນໍາໂຊກ ສີມຸງຄຸນສີແດງ ເລກນຳໂຊກ0 3
ວັນພຸດ:ການງານຕ້ອງຝຶກຝົນທັກສະໃໝ່ໆໃນການພັດທະນາຕົນເອງໃນເລື່ອງຝີມືການເຮັດວຽກງານໃຫ້ເກັ່ງຂຶ້ນໄປອີກ ການເງິນເກັ່ງມີຄວາມສາມາດທີ່ຈະຫາເຂົ້າມາໄດ້ດ້ວຍຕົນເອງເພີ່ມຂຶ້ນຈາກຄວາມພະຍາຍາມແລະຄວາມສາມາດ ຄວາມຮັກມີໂອກາດໄດ້ພົບໃຜບາງຄົນທີ່ຈະເຂົ້າມາໃນໄລຍະນີ້ທີ່ຈະມີອາຍຸທີ່ຕ່າງກັນກໍເປັນໄປໄດ້ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ2 4
ວັນພະຫັດ:ການງານເຮັດຕາມຫນ້າທີ່ຄວາມຮັບຜິດຊອບຂອງທ່ານຢ່າງເຕັມທີ່ກໍພຽງພໍໃນໄລຍະນີ້ ການເງິນພົບອຸປະສັກໃນເລື່ອງຂອງການເງິນທີ່ຈະໄດ້ເຂົ້າມາ ແຕ່ເມື່ອທ່ານໃຊ້ຄວາມພະຍາຍາມ ແລະຄວາມຂະຫຍັນຈະເຮັດໃຫ້ໄດ້ເງິນເຂົ້າມາເພີ່ມຂຶ້ນ ຄວາມຮັກກຳລັງຈະຕັດສິນໃຈໃນເລື່ອງຄວາມຮັກໃນໄລຍະນີ້ ຢາກຈະເບິ່ງຄວາມຊັດເຈນຫຼາຍກວ່າແລ້ວຈຶ່ງຈະຕັດສິນໃຈໃນເລື່ອງຄວາມຮັກ
ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ3 8
ວັນສຸກ:ການງານໄລຍະນີ້ກັງວົນ ແລະ ເຄັ່ງຄຽດກ່ຽວກັບການບໍລິຫານຈັດການທາງດ້ານການງານ ແຕ່ບາງເທື່ອກໍຕ້ອງກ້າໄດ້ກ້າເສຍ ແລະມີຄວາມກ້າຫານໃນການເຮັດສິ່ງທີ່ຖືກຕ້ອງຈະກໍ່ໃຫ້ເກີດຄວາມໂຊກດີ ການເງິນມີແຕ່ເລື່ອງຈ່າຍໃນໄລຍະນີ້ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ເລີຍ ຄວາມຮັກຍັງມຸ່ງໜັ້ນທາງດ້ານການງານຫຼາຍກວ່າທີ່ຈະມຸ້ງເນັ້ນດ້ານຄວາມຮັກໃນໄລຍະນີ້ນັ້ນເອງ ເຄື່ອງມຸງຄຸນຄໍາ
ສີມຸງຄຸນສີບົວ ເລກນຳໂຊກ6 7
ວັນເສົາ:ການງານຄວາມສຳເລັດກ່ຽວກັບເລື່ອງການງານ ທ່ານຍັງມີເປົ້າໝາຍໃໝ່ໆ ທີ່ຈະຕ້ອງຈັດການອຸປະສັກຕ່າງໆ ໃຫ້ຜ່ານໄປໄດ້ຢ່າງເປັນໂຊກ ການເງິນຄວນລະມັດລະວັງໃນເລື່ອງການໃຊ້ເງິນ ແລະການໃຊ້ຈ່າຍໃຫ້ຫຼາຍໃນໄລຍະນີ້ ປະຢັດເອົາໄວ້ຈະດີທີ່ສຸດ ຄວາມຮັກທ່ານເປັນຜູ້ທີ່ມີສະເໜ່ ຈຶ່ງມີຄົນຍາກຈະເຂົ້າມາເຮັດຄວາມຮູ້ຈັກນໍາເຄື່ອງມຸງຄຸນຫິນນໍາໂຊກສີເຫຼືອງ ສີມຸງຄຸນສີຂາວ ເລກນຳໂຊກ1 5
ວັນອາທິດ:ການງານມີໂອກາດປ່ຽນແປງຍົກຍ້າຍກ່ຽວກັບເລື່ອງການງານ ຫຼືການປ່ຽນໂຕະເຮັດວຽກ ຫຼືຕິດຕໍ່ງານໃໝ່ກໍເປັນໄປໄດ້ ການເງິນຍັງຢູ່ໃນເກນຊົງຕົວໃນໄລຍະນີ້ ບໍ່ມີຄວາມກັງວົນໃດໆ ດ້ານການເງິນ ຍັງໝຸນຫາໃຊ້ຈ່າຍໄດ້ດີພໍສົມຄວນ ຄວາມຮັກໄລຍະທາງຍັງເປັນອຸປະສັກລະຫວ່າງກັນໃນເລື່ອງຂອງຄວາມຮັກ ແລະຂໍ້ມູນຂ່າວສານຕ່າງໆ ທີ່ຍັງສົ່ງຜົນຕໍ່ຄວາມບໍ່ຊັດເຈນ ແລະຍັງບໍ່ຕັດສິນໃຈ
ເຄື່ອງມຸງຄຸນທອງຄໍາ ສີມຸງຄຸນສີຟ້າ ເລກນຳໂຊກ6 7