ຫຼາຍຄົນວ່າແປກທີ່ຜູ້ຊາຍຖືພາ ຄວາມຈີງບໍ່ແມ່ນເລື່ອງແປກດອກ ເພາະຟ້າໄດ້ປະທານຄວາມເປັນແມ່ມາໃຫ້ຢ່າງເຕັມໂຕ ພຽງແຕ່ວ່າຫົວໃຈເປັນຊາຍ ມັກໃນເພດດຽວກັນບໍ່ຍອມຮັບໃນຄວາມເປັນຕົວຂອງໂຕເອງເທົ່ານັ້ນ.
ສຳລັບເລື່ອງນີ້ ມັນເປັນເລື່ອງລາວບັງເອີນທທີ່ສາວຫຼໍ່ຖືພາໂດຍບໍຮູ້ໂຕ ຜູ້ຂຽນລະບຸວ່າ ເອົາໄວ້ເປັນອຸທາຫອນທອມມີລູກໂດຍບໍ່ຮູ້ວ່າແມ່ນໃຜເປັນພໍ່, ລາວວ່າໝູ່ຜູ້ຊາຍຊວນກິນເບຍເມົາຈົນໝົດສະຕິ.
ນອນນຳໃຜກະບໍຮູ້…ເລີຍມີລູກແບບບໍ່ຕັ້ງໃຈ ຖ້າຄິດໃນແງ່ຮ້າຍກໍ່ຢາກເອົາເລື່ອງເອົາລາວໃຫ້ເຖິງທີ່ສຸດ ແຕ່ຄິດໃນແງ່ດີກໍ່ຂອບໃຈທີ່ຢ້າສົ່ງລູກມາເກີດກັບຍິງທີ່ໃຈເປັນຊາຍ ເຊິ່ງຈຸດນີ້ອາດປ່ຽນຊີວິດຂອງສາວຫຼໍ່ໃຫ້ປ່ຽນໄປຕະຫຼອດການ ຈາກທີ່ຢາກເປັນພຽງພໍ່ຕ້ອງກັບກາຍມາເປັນແມ່ທີ່ອ່ອນໂຍນ.
ຄືວ່ານັ້ນແລຜູ້ຍິງຈັ່ງໃດກໍຄືຜູ້ຍິງ..ຄືເພດແມ່ ສຳລັບແມ່ແລ້ວການມີລູກເປັນສິ່ງທີ່ຍິ່ງໃຫຍ່ກວ່າສິ່ງໃດໃນໂລກນີ້ ຄິດໃນແງ່ບວກ ຍິນດີນຳເດີ້.