ຄົນເກີດວັນຈັນ:ການງານພົບອຸປະສັກຕິດຂັດໃນເລື່ອງຂອງເອກະສານສັນຍາ ການເງິນມີຂ່າວດີໃນດ້ານການເງິນ ທ່ານເປັນຄົນທີ່ຫາເງິນເກັ່ງ ຄວາມຮັກໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົນມີສະເໜ່ ແລະ ເກັ່ງ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ2
ຄົນເກີດວັນອັງຄານ:ການງານອາດເກີດບັນຫາກັບການເຮັດວຽກງານຮ່ວມກັບບໍລິວານ ລູກນ້ອງ ການເງິນ ຈ່າຍຫຼາຍເປັນພິເສດ ຄວນຄອບຄຸມລາຍຈ່າຍ ຄວາມຮັກພົບສະຖານະການບໍ່ຊັດເຈນໃນດ້ານຄວາມຮັກເພາະທ່ານເປັນຄົນບໍ່ມັກເປີດເຜີຍໃນດ້ານຄວາມຮັກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນພຸດ:ການງານເດິນທາງຕິດຕໍ່ທຸລະກິດຈົນອາດບໍ່ມີເວລາພັກຜ່ອນ ການເງິນເກີດເລື່ອງເຄັ່ງຄຽດເພາະເປັນໄລຍະທີ່ການເງິນອາດມີບັນຫາໃນເລື່ອງລາຍຈ່າຍ ຄວາມຮັກໄດ້ພົບຄົນຜິວຂາວເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ລາວເປັນຄົນເກັ່ງ ມີຄວາມສາມາດ ໃນເລື່ອງຂອງການງານ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຂຽວ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານການລົງນາມເອກະສານທາງທຸລະກິດປະສົບຄວາມສຳເລັດ ການເງິນໃຊ້ເງິນຫຼາຍເປັນພິເສດຄວບຄຸມລາຍຈ່າຍບໍ່ໄດ້ ຄວາມຮັກພົບເຫດການເຮັດໃຫ້ຮູ້ສຶກບໍ່ໄດ້ດັ່ງໃຈ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ0
ຄົນເກີດວັນສຸກ:ການງານເຮັດທຸລະກິດຈະການຄ້າຈະປະສົບຄວາມສຳເລັດ ການເງິນເອກະສານເກີດຄວາມຊ້າ ອາດເຮັດໃຫ້ໄດ້ໃຊ້ເງິນແບບຈໍາ້ເປັນ ຄວາມຮັກຕົກຢູ່ໃນສະຖານະການຮັກຊ້ອນ ເພາະຕ່າງຝ່າຍຕ່າງບໍ່ມີເວລາ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຟ້າ ເລກນຳໂຊກ3
ຄົນເກີດວັນເສົາ:ການງານການແກ້ບັນຫາສະເພາະໜ້າອາດເຮັດໃຫ້ທ່ານມີບັນຫາຕາມມາໃນເລື່ອງການງານ ການເງິນມື້ນີ້ໂຊກ ໄດ້ເງິນເຂົ້າມາໃຫ້ທ່ານໄດ້ໃຊ່ຈ່າຍ ຄວາມຮັກພົບສະຖານະການຫ່າງເຫີນກັບຄົນຮັກບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂາວ 5 ເລກນຳໂຊກ8
ຄົນເກີດວັນອາທິດ:ການງານເຮັດທຸລະກິດຈະປະສົບຄວາມສຳເລັດໄດ້ຜົນກຳໄລດີ ການເງິນ ມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຊ້ຈ່າຍ ຄວາມຮັກໄດ້ພົບຮັກທາງໂຊຊຽວອາດເປັນຄົນທີ່ທ່ານກໍຮູ້ຈັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ8