ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 17 ມີນາ 2022 ການງານ ການເງິນ ຄວາມຮັກ

    0
    488

    ວັນຈັນ:ການ​ງານ ​ ການ​ຕິດ​ຕໍ່​ເລື່ອງ​ການ​ງານ​ຕ່າງ​ໆ​ ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ ແລະ​ຄວາມ​ໂຊກ​ດີ​ ແຕ່​ຈະ​ມີ​ຄວາມ​ກົດ​ດັນ​ຈາກ​ບໍລິວານ​ ການ​ເງິນ ສາມາດ​ໝຸນ​ຫາ​ໃຊ້​ຈ່າຍ​ໄດ້​ຢ່າງ​ວ່ອງໄວ​ ຊຶ່ງ​ຍັງ​ເຮັດ​ໄດ້​ດີ​ ເພາະ​ທ່ານ​ມີ​ຄວາມ​ສາມາດ​ ແລະ​ ຮູ້​ຊ່ອງ​ທາງ​ທີ່​ຈະ​ຫາ​ເງິນ​ເຂົ້າ​ມາ​ນັ້ນ​ເອງ​ ຄວາມ​ຮັກ ຊ່ວງ​ນີ້​ໂດດ​ເດັ່ນ​ຖ້າຈະ​ພົບ​​ຄົົນທີ່​ຈະ​ເຂົ້າ​ມາ​ເປັນ​ຄົນ​ຜິວ​ຂາວ​ ກ່ຽວກັບ​ເລື່ອງ​ຫນ້າທີ່​ການ​ງານ​ເຮັດໃຫ້​ໄດ້​ພົບ​ກັນ​ກໍ​ເປັນ​ໄປ​ໄດ້​

    ວັນຄານ:ການ​ງານ ຫນ້າທີ່​ການ​ງານ​ຖືກ​ສະໜັບ​ສະໜູນ​ຕໍ່​ເນື່ອງ​ຈາກ​ຜູ້ໃຫຍ່​ ​ວຽກງານເບື້ອງ​ຫຼັງ​ຈະ​ກໍ່​ໃຫ້​ເກີດ​ໂຊກ​ ແລະ​ ໂອ​ກາດ​ທີ່​ດີ​ ມີ​ຄວາມ​ກ້າວ​ໜ້າ​ ການ​ເງິນ ຮູ້​ແລ້ວ​ວ່າ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ໃນ​ເລື່ອງ​ການ​ວາງ​ແຜນ​ການ​ໃຊ້​ຈ່າຍ​ໃນ​ການ​ຈັດການ​ພາລະ​ທີ່​ຕ້ອງ​ ຈ່າຍ​ອອກ​ໄປ​ເປັນ​ລຳ​ດັບ​ກ່ອນ​ຫຼັງ​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ຖ້າ​ຈະ​ໄດ້​ພົບ​​ໃຜ​ໃນ​ຊ່ວງ​ນີ້​ບຸນຂອງທ່ານຈະນຳ​ພາ​ມາ​ໃຫ້​ໄດ້​ພົບ​ກັນ​ ແຕ່​ເປັນ​ຄວາມ​ຮັກ​ທີ່​ບໍ່​ເປີດ​ເຜີຍ​ ຫລື​ຄົບ​ຫາ​ກັນ​ແບບ​ສ່ວນ​ຕົວ​

    ວັນພຸດ:ການ​ງານ ການ​ວາງ​ແຜນ​ໃຫ້ເປັນ​ໄປ​ຕາມ​ລຳ​ດັບ​ຂັ້ນ​ຕອນ​ໃນ​ການ​ເຮັດ​ວຽກງານ​ຍັງ​ສາມາດ​ເຮັດ​ໄດ້​ດີ​ ການ​ເງິນ ມີ​ໂຊກ​ໃນ​ເລື່ອງ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງິນ​ ເມື່ອ​ຈ່າຍ​ອອກ​ໄປ​ກໍ​ຈະ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ເພີ່ມຂື້ນ​ເລື່ອຍ​ໆ​ ຄວາມ​ຮັກ ຍັງມີ​ຄວາມ​ສຸກ​ກັບ​ສະຖານນະການ​ທີ່​ເປັນ​ຢູ່​ ແລະ​ ເມື່ອ​ໄດ້​ພົບ​ຄົົນທີ່​ຖືກ​ໃຈ​ ທ່ານ​ກໍ​ຈະໃຫ້​ການ​ສະໜັບ​ສະໜູນ​ຊ່ວຍ​ເຫລືອ​ທ່ານ​ໃຫ້​ມີ​ຄວາມ​ກ້າວ​ໜ້າ​ ແລະ​ ຄວາມ​ສຸກ​ໄດ້​ນັ້ນ​ເອງ​

    ວັນພະຫັດ:ການ​ງານ ມີ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ ແລະ ​ກ້າວ​ໜ້າ​ໃນ​ເລື່ອງ​ການ​ງານ​ມີ​ຄວາມ​ສຳ​ເລັດ​ຢ່າງ​ທີ່​ຄາດ​ຫວັງ​ຢ່າງ​ເປັນ​ໂຊກ​ ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ສ​ະລັບ​ປັບ​ປ່ຽນ​ກັນ​ໄປ​ໃນ​ຊ່ວງ​ນີ້​ ແຕ່​ເມື່ອ​ທ່ານ​ບໍ່​ໄຫວ​ແລ້ວ​ກໍເອີຍ​ປາກຢາກ​ຂໍ​ຄວາມ​ຊ່ວຍ​ເຫລືອ​ກໍ​ຈະ​ໄດ້ຮັບ​ການ​ຕອບ​ຮັບ​ທີ່​ດີ​ ຄວາມ​ຮັກ ໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ຕໍ່​ກັນ​ໃນ​ຊ່ວງ​ນີ້​ ເພາະ​ຍັງມີ​ຫຼາຍ​ເລື່ອງ​ທີ່​ຕ້ອງ​ຈັດການ​ໃຫ້​ສຳເລັດ​ໄປ​ໂດຍ​ໄວ​ ຄວາມ​ສຳພັນ​ກັບ​ຄົນ​ຜິວ​ຂາວ​ຈຶ່ງ​ຍັງ​ບໍ່​ຄ່ອຍ​ກ້າວ​ໜ້າ​ເທົ່າ​ທີ່ຄວນ​

    ວັນສຸກ:ການ​ງານ ຈະ​ເຮັດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ກໍ​ຈະ​ມີ​ຄວາມ​ສຳ​ເລັດ​ດີ​ ແລະ ​ມີ​ການ​ໃຊ້​ເງິນ​ເພື່ອນ​​ລົງທຶນ​ອອກ​ໄປ​ ແຕ່​ຫຼີກ​ລ້ຽງ​ເລື່ອງ​ການ​ຂັດ​ແຍ້ງ​ກັບ​ບໍລິວານ​ບໍ່​ໄດ້​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຫລາຍກວ່າ​ໜຶ່ງ​ເທື່ອ​ໃນ​ຊ່ວງ​ນີ້​ ຈະ​ໄດ້​ເງິນ​ກ້ອນ​ເຂົ້າ​ມາ​ ແຕ່​ຊ່ວງ​ທໍາອິດ​ ກ່ອນທີ່ຈະ​ໄດ້​ເຂົ້າ​ມາ​ມີ​ອຸປະສັກ​ຄ່ອນ​ຂ້າງ​ຫລາຍ​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ເພາະ​ໄລຍະທາງ​ເຮັດໃຫ້​ຫ່າງ​ກັນ​

    ວັນເສົາ:ການ​ງານ ຊ່ວງ​ນີ້​ງານ​ຄ່ອນ​ຂ້າງ​ຫຼາຍເປັນ​ພິເສດ​ ຈົນ​ເຮັດໃຫ້​ທ່ານ​ບໍ່​ໄດ້​ພັກ​ຜ່ອນ​ເທົ່າປານໃດ​ ແຕ່​ກໍ​ຕ້ອງ​ສ້າງ​ຄວາມ​ສົມ​ດຸນ​ໃຫ້​ໄດ້​ໃນ​ເລື່ອງ​ການ​ກິນ​ອາຫານ​ກັບ​ເລື່ອງ​ຂອງ​ການ​ພັກ​ຜ່ອນ​ ການ​ເງິນ ໝຸນ​ຫາ​ໃຊ້​ຈ່າຍ​ໄດ້​ຢ່າງ​ເລື່ອຍ​ໆ​ ບໍ່​ຄ່ອຍ​ເດືອດ​ຮ້ອນ​ປານໃດ​ ມີ​ໃຊ້​ຈ່າຍ​ຢ່າງ​ສະບາຍ​ໆ​ ແຕ່​ກໍ​ຕ້ອງ​ບໍ່​ຟຸ່ມ​ເຟືອຍ​ຈົນ​ເກີນ​ໄປ​ ຄວາມ​ຮັກ ໂດດ​ເດັ່ນ​ຖ້າ​ຈະ​ພົບ​ໃຜລາວ​ເປັນ​ຄົນ​ຜິວ​ຂາວ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ການ​ງານ​ທີ່​ມີການຕິດຕໍ່ກັນນັ້ນເອງ

    ວັນອາທິດ:ການ​ງານ ລະ​ວັງ​ເອກະສານ​ສັນຍາ​ທີ່ເລັ່ງລັດ​ ຕ້ອງ​ກວດ​ກາ​ເບິ່ງ​ໃຫ້​ຖ້ວນ​ຖີ່​ ເພື່ອ​ບໍ່​ໃຫ້​ຕົນເອງ​ເສຍ​ປຽບ​ ການ​ເງິນ ລະ​ມັດ​ລະ​ວັງ​ການ​ໃຊ້​ຈ່າຍ​ເງິນ​ທອງໃຫ້​ດີ​ໃນ​ຊ່ວງ​ນີ້​ ແລະ​ ໃຫ້​ວາງ​ແຜນ​ການ​ໃຊ້​ຈ່າຍ​ ຄວາມ​ຮັກ ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ຖືກ​ພັດທະນາ​ໄປ​ໃນ​ເກນ​ທີ່​ດີ​ຫລາຍ​ ເຮັດໃຫ້​ທ່ານ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.