ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 12 ມີນາ 2022 ການງານ ການເງິນ ຄວາມຮັກ

    0
    208

    ວັນຈັນ:ການ​ງານ ເທັກ​ນິກ​ ຄວາມ​ສາມາດ​ ແລະ​ຄວາມ​ພະຍາຍາມ​ໃນ​ການ​ເຮັດ​ວຽກງານ​ນັ້ນ​ຈະ​ເຮັດໃຫ້​ແກ້​ໄຂ​ບັນຫາ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊ​ກດີ​ສະເໝີ​ ການ​ເງິນ​ ຫາ​ໃຊ້​ຫາ​ຈ່າຍ​ໄດ້​ຢ່າງ​ເປັນ​ໂຊກ​ໃນ​ຊ່ວງ​ນີ້​ ມີ​ໂອ​ກາດ​ໄດ້​ເງິນ​ເຂົ້າ​ມາ​ຫລາຍກວ່າ​ໜຶ່ງ​ເທື່ອ​ ຈະ​ເກີດ​ຄວາມ​ໂຊ​ກດີ​ກັບ​ຕົນເອງ​ ຄວາມ​ຮັກ​ ມີ​ໂອ​ກາດ​ພົບ​ຮັກ​ ໃຜ​ບາງ​ຄົົນທີ່​ທ່ານ​ຈະ​ຕ້ອງ​ພົບ​​ໃນ​ຊ່ວງ​ນີ້​ ແຕ່​ຍັງມີ​ເວລາ​ໃຫ້​ກັນ​ບໍ່​ປານໃດ

    ວັນອັງຄານ:ການ​ງານ​ ມີ​ໂອ​ກາດ​ພົບ​ການ​ປ່ຽນ​ແປງ​ທີ່ເກິດຂື້ນ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ຄວນ​ລະ​ວັງ​ໃນ​ເລື່ອງ​ເອກະສານ​ສັນຍາ​ສົ່ງ​ຜົນ​ຕໍ່​ຄວາມ​​ຊ້າ​ ຕໍ່​ການ​ປ່ຽນ​ແປງ​ທີ່​ຈະ​ເກີດ​ຂຶ້ນ​ ຕ້ອງ​ລະອຽດ​ຮອບຄອບ​ຫລາຍ​ໆ​ ໃນ​ຊ່ວງ​ນີ້​ ການ​ເງິນ​ ຍັງມີ​ຄວາມ​ກັງ​ວົນ​ກ່ຽວກັບ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ​ ຊ່ວງ​ນີ້​ເຂົ້າ​ສູ່​ຊ່ວງ​ການ​ປະ​ຫຢັດ​ໄດ້​ແລ້ວ​ ຄວາມ​ຮັກ ຖ້າຈະ​ພົບ​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ທ່ານ​ເປັນ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ຢູ່ໃນ​ເກນ​ຜິວ​ສອງ​ສີ​

    ວັນພຸດ:ການ​ງານ ຈະ​ຈັບ​ງານ​ຫຍັງ​ໃນ​ຊ່ວງ​ນີ້​ເປັນ​ໂຊກໄປ​ທຸກ​ຢ່າງ​ສຳລັບ​ທ່ານແຕ່​ໃນ​ເລື່ອງ​ຂອງ​ບໍລິວານ​ຕ້ອງ​ໃຊ້​ຄວາມ​ໃຈ​ເຢັນ​ໃນ​ການ​ບໍລິຫານ​ຈັດການ​ຈຶ່ງ​ຈະ​ຄວບ​ຄຸມ​ໄດ້​ ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ລັບ​ປັບ​ປ່ຽນ​ກັນ​ໄປ​ແຕ່​ກໍ​ຍັງ​ຫາ​ໄດ້​ທັນ​ໃຊ້​ທັນ​ຈ່າຍ​ຢູ່​ນັ້ນ​ເອງ​ ຄວາມ​ຮັກ ຈະ​ພົບ​​ໃຜ​ບາງ​ຄົົນທີ່​ຈະ​ມີ​ເຂົ້າ​ມາ​ຢູ່ໃນ​ເກນ​ຜິວ​ສອງ​ສີ​ ໃນ​ການເດິນທາງ​ເຮັດໃຫ້​ໄດ້​ພົບ​​ກັນ​ກໍ​ເປັນ​ໄປ​ໄດ້​

    ວັນພະຫັດ:ການ​ງານ ທຸລະກິດ​ການ​ງານ​ຂອງ​ທ່ານ​ໃນ​ຊ່ວງ​ນີ້​ຕ້ອງ​ເບິ່ງ​ໃນ​ເລື່ອງ​ຂອງ​ເອກະສານ​ ຫລື​ຂ່າວ​ສານ​ຂໍ້​ມູນ​ຕ່າງ​ໆ​ ໃຫ້​ເກີດ​ຄວາມ​ຊັດເຈນ​ ແລ້ວ​ຄ່ອຍ​ຕັດ​ສິນ​ໃຈ​ລົງ​ທຶນ​ຕໍ່​ເນື່ອງ​ ຈຶ່ງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີກວ່າ​ ການ​ເງິນ ໝຸນ​ຫາ​ທັນ​ໃຊ້​ທັນ​ຈ່າຍ​ຢູ່​ພໍ​ສົມຄວນ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ຕ້ອງ​ລະ​ມັດ​ລະ​ວັງ​ກ່ຽວກັບ​ການ​ໃຊ້​ຈ່າຍ​ກໍ​ຈະ​ດີ​ ຄວາມ​ຮັກ ພົບ​ຄົນ​ໃຈ​ຮ້ອນ​ໃນ​ຊ່ວງ​ນີ້​ ໄດ້​ພົບ​ກັນ​ກ່ຽວກັບ​ເລື່ອງ​ຂອງ​ການ​ງານ​ ແຕ່​ລາວ​ກໍ​ມີ​ບາງ​ເລື່ອງ​ທີ່​ຕ້ອງ​ພຶ່ງ​ພາ​ທ່ານ​ຢູ່​ເປັນ​ປະຈຳ​

    ວັນສຸກ:ການ​ງານ​ ຈະ​ຈັບ​ທຸລະກິດ​ງານ​ສິ່ງ​ໃດ​ປະ​ສົບ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ດີ​ຫລາຍ​ໃນ​ຊ່ວງ​ນີ້​ ການ​ເງິນ ຫາ​ໃຊ້​ຫາ​ຈ່າຍ​ ມີ​ໂຊກດີ​ເກີດ​ຂຶ້ນ​ ຈະ​ສັງເກດ​ໄດ້​ວ່າ​ຈະ​ໂຊກດີ​ຫລາຍກວ່າ​ທຸກ​ເທື່ອ​ທີ່​ຜ່ານມາ​ ຄວາມ​ຮັກ ຕັດ​ສິນ​ໃຈ​ໄດ້​ວ່າ​ຈະ​ເລືອກ​ໃຜ​ໃນ​ຊ່ວງ​ນີ້​ ມີ​ໂອ​ກາດ​ສານ​ຄວາມ​ສຳພັນ​​ກັບ​ຄົົນທີ່​ທ່ານຄົບ​ຫາ​ຢູ່​ ແລະ​ມີ​ຄວາມ​ສຸກ​

    ວັນເສົາ:ການ​ງານ ເຮັດ​ຕາມ​ຫນ້າທີ່​ໃຫ້​ດີ​ທີ່ສຸດ​ກໍ​ພຽງ​ພໍ​ໃນ​ຊ່ວງ​ນີ້​ ແລະ​ເມື່ອ​ມີ​ຄວາມ​ຂະຫຍັນ​ໝັ່ນ​ພຽນ​ກໍ​ຈະ​ພົບ​ກັບ​ຄວາມ​ສຳ​ເລັດ​ໄດ້​ບໍ່​ຍາກ​ ການ​ເງິນ ເຂົ້າ​ສູ່​ຊ່ວງ​ການ​ປະ​ຫຢັດ​ໄດ້​ແລ້ວ​ໃນ​ຊ່ວງ​ນີ້​ ເຮັດ​ບັນຊີ​ລາຍ​ຮັບ​ລາຍ​ຈ່າຍ​ ງົດ​ໃຊ້​ຈ່າຍ​ໃນ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ​ ແລະ​ຈະ​ພົບ​ໄດ້​ວ່າ​ມີ​ເງີນ​ເຫຼືອ​ເກັບ​ ຄວາມ​ຮັກ ຈະ​ພົບ​ຄົນ​ໝັ່ນໃຈ​ໃນ​ຕົນເອງ​ ເກັ່ງ​ ມີ​ຄວາມ​ສາມາດ​ ກ້າ​ໄດ້​ກ້າ​ເສຍ​ ສະຫລຽວ​ສະຫລາດ​ ອ້ອມ​ຮູ້​ໄປ​ທຸກ​ຢ່າງ​ ແຕ່​ຈະ​ໃຈ​ຮ້ອນ​ໄປ​ໜ້ອຍໜຶ່ງ​

    ວັນອາທິດ:ການ​ງານ ບາງວຽກ​ງານ​ທີ່​ບໍ່​ຖະຫນັດ​ກໍຕ້ອງ​ຝຶກ​ຝົນ​ໃຫ້​ເກັ່ງ​ ຈົນ​ມີ​ຄວາມ​ຊຳ​ນານຈຶ່ງ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໃນ​ຫນ້າທີ່​ການ​ງານ​ ການ​ເງິນ ​ ຍັງ​ບໍ່​ມີ​ຄວາມ​ກັງ​ວົນ​ໃຈ​ ຫລື​ເດືອດ​ຮ້ອນ​ໃດ​ໆ​ ໃນ​ຊ່ວງ​ນີ້​ ເພາະ​ຍັງມີ​ຄວາມ​ເປັນ​ອິດສະຫລະ​ໃນ​ການ​ໃຊ້​ຈ່າຍ​ຢູ່​ ຄວາມ​ຮັກ ໂດດ​ເດັ່ນ​ຖ້າ​ຫາກ​ຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທີ່ຈະ​ມີ​ເຂົ້າ​ມາ​ຢູ່ໃນ​ເກນ​ອາ​ຍຸ​ນ້ອຍ​ກວ່າ​ ຜິວ​ຂາວ​ ພັດທະນາ​ຄວາມ​ສຳພັນ​ຈາກ​ການ​ເປັນ​ໝູ່ກັນ​ມາ​ກ່ອນ​ນັ້ນ​ເອງ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.