ເລື່ອງນີ້ເປັນກະແສທີ່ໂດ່ງດັງໃນສື່ສັງຄົມອອນລາຍ ແລະ ເປັນທີ່ສົນໃຈຂອງສັງຄົມເປັນຈຳນວນຫຼວງຫຼາຍສົມຄວນ. ຫຼັງໜຸ່ມໄວ 23 ປີ ແຕ່ຕ້ອງມາກໍ່ເຫດໃຫຍ່ເຖິງກັບເອົາຊີວິດຄົນ ເພາະເຫດຜົນດຽວຄືການພະນັນ ເຮັດໃຫ້ຄົນໜ້າມືດຕາມົວ ກວ່າຈະຕື່ນມາໄດ້ ກໍ່ຫວນເວລາກັບຄືນບໍ່ໄດ້ແລ້ວ.
ໃນຕົ້ນເດືອນມີນາ 2022 ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໄດ້ນໍາຕົວ ທ້າວ ເພັດສະໝອນ ຫຼື ເຟມ ອາຍຸ 23 ປີ ທີ່ຄາດຕະກຳ ນາງ ຄໍາມະນີ ອາຍຸ 44 ປີ ບ້ານ ໜອງຫອຍ ເມືອງຊະນະສົມບູນ ແຂວງຈຳປາສັກ ທຳແຜນປະກອບ ຮັບສາລະພາບທີ່ຈຸດເກີດເຫດ.
ເຈົ້າໜ້າທີ່ ເປີດເຜີຍວ່າ: ເຫດ ຄາດຕະກຳເກີດຂຶ້ນວັນທີ 28 ກຸມພາ 2022, ເວລາ 12:00 ໂມງ ໂດຍໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານ ວ່າ ນາງ ຄຳມະນີ ຖືກຄາດຕະກຳຢູ່ທີ່ເຮືອນຂອງຜູ້ກ່ຽວ. ຈາກນັ້ນ, ໄດ້ລົງຊັນນະສູດສົບຜູ້ເສຍຊີວິດພົບຮ່ອງຮອຍບໍລິເວນຫົວ ແລະ ໃບໜ້າຖືກທຸບຕີດ້ວຍ ຂອງແຂງເປັນສາເຫດຂອງການເສຍຊີວິດ; ຈາກນັ້ນ, ໄດ້ຂຶ້ນບັນຊີ ແລະ ຄັດຈ້ອນເປົ້າໝາຍ ຈຶ່ງຮູ້ຜູ້ກໍ່ເຫດຊື່ທ້າວ ເພັດສະໝອນ ຫຼື ເຟມ ຢູ່ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈຳປາສັກ ເປັນຄົນຮູ້ຈັກກັບຜູ້ເສຍຊີວິດ, ເຈົ້າໜ້າທີ່ ຈຶ່ງນຳຈັບຕົວໄດ້ ໃນວັນດຽວກັນ.
ທ້າວ ເຟມ ຮັບສາລະພາບວ່າ: ໄດ້ຮູ້ຈັກກັບລູກສາວຂອງຜູ້ເສຍຊີວິດມາແຕ່ປີ 2017 ໄດ້ໄປມາຫາສູ່ກັນ ແລະ ມາພັກເຊົາຢູ່ເຮືອນຂອງຜູ້ເສຍຊີວິດເປັນ ປະຈຳ. ນັບແຕ່ປີ 2020 ມາຮອດປັດຈຸບັນ, ຜູ້ກ່ຽວໄດ້ເປັນໜີ້ການພະນັນ, ໄດ້ຢືມເງິນໝູ່ຫຼາຍຄົນລວມທັງໝົດ 16 ລ້ານກີບ.
ມາຮອດ ວັນທີ 27 ກຸມພາ 2022, ໄດ້ມາຫຼິ້ນຢູ່ເຮືອນ ( ຜູ້ເສຍຊີວິດ ) ໄດ້ສັງເກດເຫັນ ນາງ ຄຳມະນີ ໃສ່ສາຍແຂນຄຳ ຈຶ່ງເກີດມີແນວຄິດຢາກໄດ້ເພື່ອເອົາໄປຂາຍເອົາເງິນມາໃຊ້ໜີ້ ຈິ່ງວາງແຜນຄາດຕະກຳ ແລະ ມາຮອດ ວັນທີ 28 ກຸມພາ ເວລາ 10:00 ໂມງໄດ້ຂີ່ລົດຈັກມາຈອດໄວ້ຢູ່ໃກ້ກັບເຮືອນແລ້ວປີນຮົ້ວເຂົ້າເຮືອນເຫັນ ( ຜູ້ເສຍຊີວິດ ) ນັ່ງເຂັນຝ້າຍຢູ່ໃນເຮືອນຄົນດຽວ ຈິ່ງໄດ້ເອົາໄມ້ຄ້ອນ 4 ລ່ຽມທີ່ກຽມມາຕີໃສ່ຫົວ ແລະ ໃບໜ້າຈົນເສຍຊີວິດ.
.
ພາຍຫຼັງເສຍຊີວິດ ຈິ່ງໄດ້ປົດເອົາສາຍແຂນຄໍາ 1 ເສັ້ນໜັກ 1 ບາດແລ້ວຂີ່ລົດຈັກຫຼົບໜີໄປນະຄອນປາກເຊ ເອົາຄຳໄປຂາຍໄດ້ເງິນ 10.100.000 ກີບ. ຮອດເວລາ 16:00 ໂມງຂອງວັນດຽວກັນກໍຖືກເຈົ້າໜ້າທີ່ຈັບຕົວໄດ້.