ສົງສານຄົນຂ້າງຫຼັງ ເບີດແຟນແຕງໂມ ໄດ້ແຕ່ອຸທານ ຄິດເຖິງເຫຼືອເກີນ

    0
    184

    ເບີດໜຸ່ມມາດເຊີ ຫວານໃຈຄົນຫຼ້າສຸດຂອງສາວແຕງໂມ ພັດທະຣະທິດາ ເອີ້ນວ່າກ່ອນໜ້ານີ້ກໍ່ຄືກ່ອນການເສຍຊີວິດຂອງສາວແຕງໂມ ຄົນນີ້ຄືດີທີ່ສຸດແລ້ວ ເພິ່ນຊ່ວຍມາຮັກສາແຜໃນໃຈແຕງໂມຈົນໄດ້ຄອງຫົວໃຈຂອງດາລາສາວໃນທີ່ສຸດ ແຕ່ກໍ່ບໍ່ທັນສຸກງອມຕ້ອງຈາກກັນໄປແລ້ວຍ້ອນເຫດການຕົກເຮືອທີ່ເປັນຂ່າວໂດ່ງດັງຜ່ານມາ.

    ຕາມຂ່າວລາຍງານວ່າກ່ອນທີ່ໜຸ່ມເບີດຈະໄດ້ຫົວໃຈຂອງສາວແຕງໂມ ຕ້ອງໃຊ້ເວລາຍາວນານເຖິງ 7 ປີໃນການຕາມຈີບ ເອົາອົກເອົາໃຈບໍ່ຮີບຮ້ອນຈົນແຕງໂມຍອມຈຳນົນໃນຄວາມດີຈິ່ງຕັດສິນໃຈຄົບຫາ ກຳລັງວາງແຜນອະນາຄົດຮ່ວມກັນ ແຕ່ແຟນສາວໂຊກຮ້າຍຕົກນ້ຳເສຍຊີວິດກ່ອນ.


    ເປັນເວລາ 10 ວັນແລ້ວທີ່ແຕງໂມໄດ້ຈາກໂລກນີ້ໄປ ໜຸ່ມເບີດອົດບໍ່ໄຫວຂໍທານລົງໃນໄອຈີ ຄິດເຖິງເຫຼືອເກີນ!

    ເວົ້າໄດ້ວ່າບໍ່ແມ່ນເລື່ອງງ່າຍເລີຍ ທີ່ຢູ່ດີໆຄົນທີ່ຮັກສຸດຫົວໃຈຕ້ອງຈາກໄປຢ່າງກະທັນຫັນ ພຽງຄອບກັນວ່າໄປທ່ຽວລ່ອງເຮືອຫຼີ້ນນຳໝູ່ໃນວັນທີ 24 ກຸມພາຜ່ານມາ ແລະໄດ້ຈາກກັນໄປຕະຫຼອດການ.


    ແຕ່ນັ້ນມາຮອດມື້ນີ້ລວມເປັນເວລາ 1 ອາທິດແລ້ວນັບແຕ່ພົບຮ່າງທີ່ໄຮ້ວິນຍານຂອງແຟນສາວ ແຕ່ສຳລັບໜຸ່ມເບີດແລ້ວຍັງເຝົ້າຄິດເຖິງໃນທຸກໆວັນ ໂດຍໄດ້ໂພສໂມເມັ້ນຕ່າງໆທີ່ເຄີຍມີຮ່ວມກັນກັບອະດີດຄົນຮັກຜ່ານໄອຈີສ່ວນຕົວ ເພື່ອສົ່ງຄວາມຄິດເຖິງໄປຫາຄົນເທີງຟ້າ ເພື່ອຈະຮັບຮູ້ໄດ້.

    ໜຸ່ມເບີດ ບໍ່ພຽງຄິດເຖິງໃນໃຈແຕ່ຍັງຫາເພງເສົ້າໆຊື້ງໆມາຟັງມາລົງ ຫຼ້າສຸດນີ້ອົດບໍໄດ້ແລ້ວຕ້ອງຂຽນຄວາມໃນໃຈກ່ອນ “MISS U SO MUCH” ນີ້ຫວາທີ່ລໍຄອຍມາ 7 ປີໄດ້ຮັກກັນພຽງເທົ່ານີ້ເອງ!


    ,

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.