ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 4 ມີນາ 2022 ການງານ ການເງິນ ຄວາມຮັກ

    0
    300

    ວັນຈັນ:ການ​ງານ​ ມີ​ເລື່ອງ​ຂອງ​ການ​ວາງ​ແຜນ​ທາງ​ດ້ານ​ການ​ງານ​ ທຸລະກິດ​ ຊຶ່ງ​ຕ້ອງ​ໃຊ້​ຄວາມດຸໝັ່ນ ການ​ຕິດ​ຕໍ່​ງານ​ຄວນ​ນຸ່ງເຄື່ອງ​ໃຫ້​ເໝາະ​ສົມ​ ສຸ​ພາບ​ແລ້ວ​ຈະ​ມີ​ໂຊກ​ ການ​ເງິນ​ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ດວງດີ​ຂຶ້ນ​ຫລາຍກວ່າ​ແຕ່​ກ່ອນ​ຢ່າງ​ເຫັນ​ໄດ້​ແຈ້ງ​ໃນ​ໃນ​ຊ່ວງ​ນີ້​ ແລະ​ເມື່ອ​ໄດ້​ເຂົ້າ​ມາ​ກໍ​ຄວນ​ຮູ້​ຈັກ​ເກັບເງິນແດ່​ ຄວາມ​ຮັກ​ ຍັງ​ບໍ່​ມີເວລາ​ທຸ້ມເທ​ໃຫ້​ເລື່ອງ​ຄວາມ​ຮັກ​ ເພາະ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ສຳຄັນ​ຕ້ອງ​ຈັດການ​ຫລາຍກວ່າ​ເລື່ອງ​ຄວາມ​ຮັກ​​

    ວັນອັງຄານ:ການ​ງານ ມີ​ໂອ​ກາດ​ປ່ຽນ​ແປງ​ຍົກ​ຍ້າຍ​ທາງ​ດ້ານ​ການ​ງານ​ທີ່​ຈະ​ເກີດ​ຂຶ້ນ​ ການ​ເຈນ​ຈາ​ຕໍ່​ລອງ​ໃນ​ເລື່ອງ​ການ​ງານ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ດີ​ ການ​ເງິນ​ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້​ ມີ​ວິທີ​ການ​ຫາ​ເງິນ​ເຂົ້າ​ມາ​ຈາກ​ຄວາມ​ສາມາດ​ພິເສດ​ຂອງ​ຕົນເອງ​​ ຄວາມ​ຮັກ ຸຖ້າຈະ​ພົບ​​ໃຜ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ທ່ານ​ເປັນ​ຄົົນທີ່​ໝັ່ນໃຈ​ໃນ​ຕົນເອງ​ ມີ​ພາ​ວະ​ຄວາມ​ເປັນ​ຜູ້​ນຳ​ ມີ​ຄວາມ​ສາມາດ​ເຮັດໃຫ້ທ່ານພູູມໃຈ​ໃນ​ຕົວ​ລາວ​ໄດ້​

    ວັນພຸດ:ການ​ງານ​ ສຶກ​ສາ​ຫາ​ຄວາມ​ຮູ້​ສິ່ງ​ໃໝ່​ເພື່ອ​ນຳ​ມາປະ​ຍຸກ​​ໃນ​ການ​ງານ​ທີ່​ຈະ​ສາມາດ​ເຮັດໃຫ້​ເກີດ​ຄວາມ​ສຳ​ເລັດ​ໄດ້​ ຢ່າງ​ທີ່​ຄາດ​ຫວັງ​ ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ເລື່ອງ​ການ​ເງິນ​ໃນ​ຊ່ວງ​ນີ້​ ເຖິງ​ແມ່ນ​ວ່າ​ຈະ​ໄດ້​​ຊ້າ​​ ແຕ່​ກໍ​ຈະ​ໄດ້​ຄົບ​ຕາມ​ຈຳນວນ​ທີ່​ຕັ້ງ​ເປົ້າ​ເອົາ​ໄວ້​ ຄວາມ​ຮັກ ຖ້າ​ຫາກ​ມີຄົນ​ຮັກ​ຢູ່​ແລ້ວ​ຄົນ​ຮັກ​ຈະ​ມີ​ສ່ວນ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ແບ່ງ​ເບົາ​ພາລະ​ຂອງ​ທ່ານ​ໃນ​ເລື່ອງ​ ຕ່າງ​ ໆ​ ໄດ້​ເປັນ​ຢ່າງ​ດີ​

    ວັນພະຫັດ:ການ​ງານ​ ຈະ​ເຮັດວຽກ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ມີ​ຄວາມ​ສຳ​ເລັດ​ ມີ​ໂອ​ກາດ​ເດິນທາງ​ຕິດ​ຕໍ່​ກ່ຽວກັບ​ເລື່ອງ​ການ​ງານ​ ການ​ເງິນ​ ມີ​ຄວາມ​ກັງ​ວົນ​ໃຈ​ໃນ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງິນ​ໃນ​ຊ່ວງ​ນີ້​ ລະ​ວັງ​ໃຜ​ບາງ​ຄົົນທີ່​ເຂົ້າ​ມາ​ເພື່ອ​ຫວັງ​ຜົນ​ປະ​ໂຫຍດ​​ ຫລື​ຕ້ອງ​ການ​ຢືມ​ເງິນ​ທ່ານ​ ຊຶ່ງ​ຈະ​ໄດ້​ຄືນ​ຍາກ​ ​ຄວາມ​ຮັກ ຖ້າຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ໂດດ​ເດັ່ນ​ເປັນ​ຄົົນທີ່​ມີ​ຄວາມ​ສະຫລຽວ​ສະຫລາດ​ ມີ​ອາ​ຍຸນ້ອຍ​ກວ່າ​ ຜິວ​ຂາວ​

    ວັນສຸກ:ການ​ງານ​ ການ​ເຈລະຈາ​ຕໍ່​ລອງ​ດ້ານ​ທຸລະກິດ​ການ​ງານ​ຈະ​ປະ​ສົບ​ຄວາມ​ສຳ​ເຣັດ​ ແຕ່​ກໍ​ມີ​ສ່ວນ​ທີ່​ຍັງ​ບໍ່​ສຳ​ເລັດ​ ເພາະ​ຍັງ​ພົບ​ອຸປະສັກ​ທີ່​ຍັງ​ຕ້ອງ​ໃຊ້​ເວລາ​ແກ້​ໄຂ​ຢູ່​ ການ​ເງິນ ຊ່ວງ​ນີ້​ມີ​ທັງ​ເລື່ອງ​ຈ່າຍ​ ແລະ​ເລື່ອງ​ຮັບ​ສ​ະລັບ​ປັບ​ປ່ຽນ​ກັນ​ໄປ​ ໃຫ້​ລະ​ວັງ​ໃນ​ເລື່ອງ​ຂອງ​ຫຸ້ນ​ສ່ວນ​ທີ່​ຈະ​ມີ​ບັນຫາ​ເລື່ອງ​ຜົນ​ປະ​ໂຫຍດ​​ ຄວາມ​ຮັກ​ ລະ​ວັງ​ຄຳ​ເວົ້າ​ທີ່​ສົ່ງ​ຜົນ​ຕໍ່ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ທີ່​ຈະ​ເຮັດໃຫ້​ຄວາມ​ສຳພັນ​​ໃນ​ຊ່ວງ​ນີ້​ ຊຶ່ງ​ຕ້ອງ​ລະ​ວັງ​ເລື່ອງ​ຄຳ​ເວົ້າ​ທີ່​ເວົ້າ​ກັບ​ຄົນ​ຮັກ​

    ວັນເສົາ:ການ​ງານ ມີ​ອຸປະສັກ​ຕິດ​ຂັດ​ສົ່ງ​ຜົນ​ເຮັດໃຫ້​ການ​ງານ​ເກີດ​ຄວາມ​​ຊ້າ​ ເຮັດໃຫ້​ຕ້ອງ​ເຮັດວຽກ​ລ່ວງ​ເວລາ​ ແຕ່​ເມື່ອ​ໃຊ້​ຄວາມ​​ອົດ​ທົນ​ກໍ​ຈະ​ຜ່ານ​ໄປ​ໄດ້​ຢ່າງ​ມີ​ຄວາມ​ສຳ​ເລັດ​​ ການ​ເງິນ​ ຫາ​ເຂົ້າ​ມາ​ໄດ້​ຫລາຍ​ກໍ​ມີ​ເລື່ອງ​ຈ່າຍ​ອອກ​ໄປ​ຫລາຍ​ ແຕ່​ກໍ​ຍັງ​ຫາ​ເຂົ້າ​ມາ​ໄດ້​ຕະຫຼອດ​ ສ​ະລັບ​ປັບ​ປ່ຽນ​ກັນ​ໄປ​ ເປັນ​ລັກສະນະ​ຂອງ​ການ​ໝຸນ​ເງິນ​​ ຄວາມ​ຮັກ​ ທ່ານ​ເປັນ​ຜູ້​ທີ່​ມີ​ສະເນ່ ຈຶ່ງ​ມີຄົນ​ຍາກ​ເຂົ້າ​ມາ​ເຮັດ​ຄວາມ​ຮູ້​ຈັກ​ເພີ່ມ​ຫລາຍ​ຂຶ້ນ​ໃນ​ຊ່ວງ​ນີ້​ ຄົົນທີ່​ມີ​ຄວາມ​ຈິງ​ຈັງ​ ຈິງ​ໃຈ​ຈະ​ສາມາດ​ນຳ​ຄວາມ​ສຸກ​ມາສູ່​ທ່ານ​ໄດ້​ເຊັ່ນ​ກັນ​

    ວັນອາທິດ:ການ​ງານ ຈະ​ເຮັດງານ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄປ​ທຸກ​ຢ່າງ​ ມີ​ການເດິນທາງ​ຕິດ​ຕໍ່​ທາງ​ດ້ານ​ການ​ງານ​ທີ່​ຈະ​ປະ​ສົບ​ຜົນ​ດີີ​ ມີ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ໃນ​ທຸລະກິດ​ການ​ງານ​ເປັນ​ຢ່າງ​ຫລາຍ​ ການ​ເງິນ ມີ​ຄວາມຫມັ້ນຄົງ​ກ່ຽວກັບ​ເລື່ອງ​ການ​ເງິນ​ ເຖິງ​ແມ່ນ​ວ່າ​ຈະ​ມີ​ພາລະ​ການ​ໃຊ້​ຈ່າຍ​ຢູ່​ ແຕ່​ທ່ານ​ກໍ​ສາມາດ​ບໍລິຫານ​ຈັດການ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ​​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ກ່ຽວ​ຂ້ອງ​ກັບ​ການ​ງານ​ທີ່​ຕ້ອງ​ຕິດ​ຕໍ່​ກັນ​ນັ້ນ​ເອງ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.