ທັກສິນ ເຜີຍກ່ອນປີໃໝແຕງໂມສົ່ງມາຂໍໂທດທີ່ເຄີຍຂຶ້ນເວທີດ່າຕົນເອງ

    0
    412

    ທັກສິນ ເຜີຍກ່ອນປີໃໝແຕງໂມສົ່ງມາຂໍໂທດທີ່ເຄີຍຂຶ້ນເວທີດ່າຕົນເອງ

    ທັກສິນ ຊິນວັດ ສະແດງຄວາມເສຍໃຈກັບແຕງໂມ ເຜີຍກ່ອນປີໃໝ່ໄດ້ສົ່ງໄລນ໌ມາຂໍໂທດທີ່ເຄີຍຂຶ້ນເວທີດ່າຕົນເອງກັບນ້ອງສາວນັ້ນກໍ່ຄືຍິ່ງລັກ ຝາກໃຫ້ຕຳຫຼວດໄທທີ່ເກັ່ງເລື່ອງສືບສວນເຮັດໃຫ້ເລື່ອງນີ້ກະຈ່າງແຈ້ງ

    ວັນທີ່ 1 ມີນາ ທີ່ຜ່ານມາ ທັກສິນ ຊີນວັດ ໄດ້ກ່າວໃນລາຍການ CARE Talk x CARE ClubHouse ວ່າ: ຕ້ອງຂໍສະແດງຄວາມເສຍໃຈກັບຄົນທີ່ຈາກໄປຫຼາຍທ່ານ ຄົນທຳອິດຄື ທ່ານ ພິໄຊ ຣັດຕະກຸນ ທ່ານເປັນຄົນດີແທ້ໆ ເປັນຄົນທີ່ຂ້ອຍສາມາດຍົກມືໄຫວ້ໄດ້ຢ່າງສະໜິດໃຈ

    ທ່ານຄວນໄດ້ເປັນນາຍົກ ຕອນພັກປະຊາທິປັດຊິນະ 100ສຽງ ແຕ່ທ່ານກໍ່ໄດ້ເປັນປະທານສະພາແທນຊ້ຳ ແລະ ອີກຄົນໜຶ່ງທີ່ຢາກຈະສະແດງຄວາມເສຍໃຈນຳແມ່ນ ແຕງໂມ ນິດາ ເຖິງແມ່ນວ່າຈະເຄີຍຂຶ້ນເວທີດ່າຂ້ອຍ ກັບ ຍິ່ງລັກ ແຕ່ຕອນຫຼັງມາກໍ່ໄດ້ຂໍໂທດທີ່ເຂົ້າໃຈຜິດເພາະເຂົາຟັງແຕ່ຄວາມຂ້າງດຽວ ບໍ່ຮູ້ວ່າເປັນແບບນີ້.

    ຂ້ອຍເຊື່ອຝີມື ພົນຕຳຫຼວດສຸວັດ ທີ່ເກັ່ງເລື່ອງສືບສວນມາໂດຍຕະຫຼອດ ຈຶ່ງຢາກຂໍໃຫ້ທ່ານຊ່ວຍເຮັດເລື່ອງນີ້ໃຫ້ກະຈ່າງແຈ້ງ ເພື່ອຄວາມຍຸດຕິຂໍ້ກ່າວຫາ ຫຼື ທີ່ຄົນວ່າແນວນັ້ນແນວນີ້ ຕອນນີ້ທຸກຄົນກຳລັງສົງໄສວ່າ ແຕງໂມ ຕ າ ຍຍ້ອນອຸບັດຕິເຫດ ຫຼື ຕ າ ຍຍ້ອນຫຍັງ ດັ່ງນັ້ນຂ້ອຍເຊື່ອໝັ້ນວ່າຖ້າທ່ານ ລົງມາເຮັດເອງເບິ່ງເອງຄືຈະຈົບ ມີຄວາມຊັດເຈນຫຼາຍຂຶ້ນ ຂໍຝາກດ້ວຍ.
    ທີ່ມາ: ข่าวสด

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.