ວັນຈັນ:ການງານ ຄວາມກ້າທີ່ຈະຕັດສິນໃຈວາງແຜນໃນເລື່ອງການງານຈະເຮັດໃຫ້ເກີດຄວາມສຳເລັດໄດ້ ແຕ່ກໍຕ້ອງມີທີ່ປຶກສາທີ່ດີຈຶ່ງຈະດີໃນເລື່ອງຂອງການລົງທຶນເຮັດທຸລະກິດ ການເງິນ ຫາມາໄດ້ຫລາຍກໍຕ້ອງໃຊ້ຈ່າຍອອກໄປຫລາຍ ບໍ່ສາມາດບໍລິຫານຈັດການດ້ານການເງິນໃຫ້ລົງໂຕໄດ້ນັ້ນເອງ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກ ເພາະມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງໄປຈັດການຫລາຍກວ່າໃຫ້ຄວາມສຳຄັນດ້ານຄວາມຮັກ
ວັນຄານ:ການງານ ຈະເຮັດທຸລະກິດການງານໃດໆ ຈະປະສົບຄວາມສຳເລັດໄດ້ດີຂຶ້ນ ມີໂຊກ ມີຄວາມສຳເລັດທີ່ຫນ້າພໍໃຈ ການເງິນ ລະມັດລະວັງໃນເລື່ອງຂອງການໃຊ້ຈ່າຍ ແຕ່ກໍອາດມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງວ່ອງໄວດ້ວຍຄວາມເຕັມໃຈ ເຊັ່ນການຊ່ວຍເຫລືອບໍລິວານຕ່າງໆ ຄວາມຮັກ ເບິ່ງຄືບໍ່ແນ່ໃຈ ຄວາມຫ່າງໄກກັນຈະສົ່ງຜົນຕໍ່ຄວາມສຳພັນດ້ານຄວາມຮັກ ໃນຊ່ວງນີ້ຕ້ອງພະຍາຍາມປັບຕັວເຂົ້າຫາກັນໃຫ້ຫລາຍຂຶ້ນ ຈຶ່ງຈະດີຕໍ່ຄວາມສຳພັນໃນໄລຍະຍາວ
ວັນພຸດ:ການງານ ຈະພົບອຸປະສັກທາງດ້ານການງານໃນຊ່ວງນີ້ ເຮັດໃຫ້ຕ້ອງທົບທວນແນວທາງການເຮັດວຽກງານ ແລະຫາວິທີແກ້ໄຂບັນຫາສະເພາະໜ້າໃຫ້ຜ່ານພົ້ນໄປໃຫ້ໄດ້ ການເງິນ ຫາມາໄດ້ກໍຕ້ອງຈ່າຍອອກໄປ ສະລັບກັນໄປສຳລັບສະຖານນະການດ້ານການເງິນໃນຊ່ວງນີ້ ຄວາມຮັກ ມີໂອກາດພົບຄົນລັກສະນະຜິວສອງສີ ແບບທັນຕັ້ງໂຕ ແຕ່ເວລາທີ່ມີໃຫ້ກັນນັ້ນມີບໍ່ຫລາຍພໍ ຫລືຕ້ອງໃຊ້ເວລາເບິ່ງກັນຕໍ່ໄປໃນໄລຍະຍາວ ຈຶ່ງຈະຕັດສິນໃຈໃນເລື່ອງຂອງຄວາມສຳພັນໃນອະນາຄົດ
ວັນພະຫັດ:ການງານ ຈະພົບເລື່ອງກັງວົນໃຈທາງດ້ານການງານ ແຕ່ກໍຈະພົບຄວາມສຸກແລະຄວາມພຶງພໍໃຈ ສະລັບກັນໄປໃນຊ່ວງນີ້ ການເງິນ ວາງແຜນດ້ານການໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີ ມີໂຊກດີທາງດ້ານການເງິນ ຄວາມຮັກ ຈະພົບຄົນເກັ່ງ ມີຄວາມສາມາດ ມີໂອກາດພັດທະນາຄວາມສຳພັນດ້ານຄວາມຮັກໄດ້ດີຂຶ້ນ ມີຄວາມສຸກແລະລົງຕົວຫລາຍຂຶ້ນ
ວັນສຸກ:ການງານ ຄວາມຂະຫຍັນຈະນຳພາຄວາມສຳເລັດມາສູ່ຕົນ ຊື່ສຽງຖືກເວົ້າເຖິງໃນທາງທີ່ດີ ມີຄວາມກ້າວໜ້າທາງດ້ານການງານ ປະສົບຄວາມສຳເລັດທາງທຸລະກິດໄດ້ດີຂຶ້ນ ການເງິນ ຫາມາໄດ້ຫຼາຍແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງວ່ອງໄວດ້ວຍເຊັ່ນກັນ ອາດເປັນການເຕັມໃຈທີ່ຈະຈ່າຍອອກໄປເພື່ອຊື້ຂອງຖືກໃຈເຂົ້າມາເພີ່ມເຕີມກໍເປັນໄປໄດ້ ຄວາມຮັກ ເບິ່ງຄືຈະດີ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈ ຫລືມີໂອກາດສານຮັກ ເລີ່ມຄວາມສຳພັນເກົ່າໆ ໃຫ້ກັບມາເປັນຄວາມສຳພັນທີ່ມີຄວາມສຸກໄດ້ນັ້ນເອງ
ວັນເສົາ:ການງານ ຈະພົບອຸປະສັກທາງດ້ານການງານແຕ່ກໍບໍ່ຄ່ອຍຢ້ານ ເພາະມີຄວາມຂະຫຍັນແລະຄວາມສະຫລາດໃນເລື່ອງຂອງການເຮັດທຸລະກິດໃຫ້ເກີດຄວາມສຳເລັດ ການເງິນ ໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີໃນຊ່ວງນີ້ ແລະໂຊກດີທີ່ວ່າຈະມີເພດກົງກັນຂ້າມລໍຖ້າອຸບປະຖຳທາງດ້ານການເງິນ ຄວາມຮັກ ຈະພົບຄົົນທີ່ມີຊື່ສຽງ ເກັ່ງ ຂະຫຍັນ ແລະ ມີຄວາມສາມາດຫລາຍໆ ກ່ຽວຂ້ອງກັບການເຮັດທຸລະກິດການງານ ຫລືມີໂອກາດພົບກັນແບບຢ່າງ ບໍ່ທັນຕັ້ງໂຕກໍເປັນໄປໄດ້
ວັນອາທິດ:ການງານ ການເຂົ້າສັງຄົມຍັງມີສ່ວນສຳຄັນໃນເລື່ອງຂອງການທີ່ຈະເຮັດທຸລະກິດ ອາດຊ່ວຍໃຫ້ພົບຫຸ້ນສ່ວນທີ່ດີກໍເປັນໄປໄດ້ ການເງິນ ມີທັງຮັບທັງຈ່າຍສະລັບກັນໄປໃນຊ່ວງນີ້ ມີເລື່ອງທີ່ຕ້ອງຈ່າຍຫລາຍແຕ່ກໍສາມາດຫາເຂົ້າມາໄດ້ເພີ່ມເຕີມເພີ່ມຂຶ້ນກໍເປັນໄປໄດ້ ຄວາມຮັກ ໄດ້ຂ່າວຄາວກ່ຽວກັບເລື່ອງຂອງຄວາມຮັກ ມີຄວາມສຸກສົມຫວັງໄດ້ດີຂຶ້ນ ແຕ່ກໍບໍ່ທັງໝົດ ເພາະວ່າໃນເລື່ອງຂອງໄລຍະທາງ ຫລືການປະຕິສຳພັນຕໍ່ກັນໃນໄລຍະຍາວກໍຍັງບໍ່ຕໍ່ເນື່ອງປານໃດ ສະນັ້ນຄວນທີ່ຈະແບ່ງເວລາໃຫ້ກັນຫລາຍຂຶ້ນຈຶ່ງຈະດີ