ທີມຊາດລາວ ຖອນໂຕແບບບໍ່ທັນໄດ້ລົງແຂ່ງຢ່າງໜ້າເສຍດາຍ ເຮັດໃຫ້ ຕີມໍ ໄດ້ທີ 3 ໃນ AFF

    0
    543

    ຂ່າວດ່ວນ ! ການແຂ່ງຂັນ ຊິງທີ່ 3 AFF U23 ມີການຍົກເລີກ ເນື່ອງຈາກ ທີມຈາກ ສປປ ລາວ ກວດພົບ ໂຄວິດ ແລະ ບໍ່ມີຜູ້ຫລິ້ນພໍ ທີ່ຈະລົງສະໜາມ

    ຖືວ່າໜ້າເສຍດາຍ ແລະ ເປັນກໍາລັງໃຈໃຫ້ທີມຊາດລາວ ເນື່ອງຈາກສະພາບໂຄວິດ 19 ທີ່ລະບາດ ເຮັດໃຫ້ U23 ລາວ ທີ່ໄປແຂ່ງຂັນບານເຕະ ຊິງທີ່ 3 AFF ທີ່ກໍາປູເຈຍ ທີ່ລາວ ພົບກັບ ຕີມໍ ເພື່ອຊິງທີ 3 ນັ້ນ ຕ້ອງໄດ້ຖືກຍົກເລີກແບບບໍ່ທັນໄດ້ລົງແຂ່ງ

    ເພາະວ່າ ທີມຊາດລາວເກືອບເຄິ່ງກວດພົບ ຕິດເຊື້ອໂຄວິດ 19 ຈຶ່ງເຮັດໃຫ້ຕ້ອງໄດ້ຖອນຕົວ ເພາະບໍ່ສາມາດລົງແຂ່ງຂັນເຕັມຈໍານວນໄດ້ ຖືເປັນຂ່າວທີ່ເຮັດໃຫ້ແຟນບານ, ລວມທັງນັກເຕະຕ້ອງຜິດຫວັງ ແຕ່ທັງນີ້ທັງນັ້ນ ເຮົາກໍຄາດການບໍ່ໄດ້ກັບສະຖານະການໂຄວິດ 19 ຕ້ອງໄດ້ຍອມຮັບຄວາມຈິງ ແຕ່ແນວໃດແຟນໆກໍໃຫ້ກໍາລັງໃຈ ແລະ ລາວເຮົາມາຮອດຈຸດນີ້ໄດ້ກໍຖືວ່າບໍ່ທໍາມະດາ ແລະ ແນ່ນອນວ່າຕໍ່ໄປຕ້ອງໄດ້ດີກວ່ານີ້ແນ່ນອນ


    ທີມຊາດລາວ ຖອນໂຕແບບບໍ່ທັນໄດ້ລົງແຂ່ງຢ່າງໜ້າເສຍດາຍ ເຮັດໃຫ້ ຕີມໍ ໄດ້ທີ 3 ໃນ AFF


    ທີມຊາດລາວ ຖອນໂຕແບບບໍ່ທັນໄດ້ລົງແຂ່ງຢ່າງໜ້າເສຍດາຍ ເຮັດໃຫ້ ຕີມໍ ໄດ້ທີ 3 ໃນ AFF

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.