ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມໄວລຸ້ນຈຳນວນໜຶ່ງ ມົ້ ວ ສຸ ມ ເ ສ ບ ຢ າ ເ ສ ບ ຕິ ດ ຢູ່ເຮືອນພັກແຫ່ງໜຶ່ງ ເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ວິຊາສະເພາະ ຈິ່ງໄດ້ລົງຕິດຕາມກວດກາເຫັນວ່າມີມູນຄວາມຈິງແທ້. ມາຮອດວັນທີ 17 ກຸມພາ 2022 ເວລາ 13 :00 ໂມງ, ເຈົ້າໜ້າທີ່ ຈິ່ງໄດ້ເຂົ້າກັກຕົວກຸ່ມໄວລຸ້ນດັ່ງກ່າວໄດ້ 24 ຄົນ ຍິງ 5 ຄົນ
ພັທ ພູທອນ ໄຊຍະທຳ ຮອງຫົວໜ້າ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ າ ນ ຢ າ ເ ສ ບ ຕິ ດ ໃຫ້ຮູ້ວ່າ: ພາຍຫຼັງກັ ກຕົວເປົ້າໜາຍໄດ້ແລ້ວ ກໍ່ນຳມາສຶກສາອົບຮົມ ໃຫ້ພວກເຂົາຮູ້ສຶກກິນແໜງແຄງໃຈຕໍ່ການກະທຳທີ່ຜິ ດຕໍ່ລະບຽບກົດໝາຍ ແລະ ໄດ້ອະທິບາຍໃຫ້ຮັບຮູ້ເຂົ້າໃຈເຖິງ ຜົ ນ ຮ້ າ ຍ ແລະ ໄພອັນ ຕ ະ ລ າ ຍ ຂອງ ຢ າ ເ ສ ບ ຕິ ດ ໂດຍສະເພາະ ຢ ທີ່ມີລິດ ທຳ ລາຍລະບົບປະສາດ ຜູ້ ເ ສ ບ ຈະກາຍເປັນ ບ, ເ ສ ຍ ຈິ ດ ຖ້າຮຸນແຮງອາດເຖິງຂັ້ນ ເ ສ ຍ ຊີ ວິ ດ ໄດ້ ແລະ ຍັງເປັນສາເຫດທີ່ເຮັດໃຫ້ຄອບຄົວມີຄວາມແຕກແຍກ, ເກີດບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.
ພາຍຫຼັງສຶກສາອົບຮົມແລ້ວ ເຈົ້າໜ້າທີ່ກໍ່ໄດ້ຖ່າຍຮູບບັນທຶກປະຫວັດການເຄື່ອນໄຫວ ຖ້າຍັງພົບເຫັນອີກວ່າໄປພົວພັນກັບສິ່ງ ເ ສ ບ ຕິ ດ ກໍລະນີໃດກໍ່ຕາມ ຈະຖືກນຳມາດຳເນີນຄະດີຕາມລະບຽບກົດໝາຍໂດຍບໍ່ມີຂໍ້ຍົກເວັ້ນ.
ຈາກນັ້ນ ໄດ້ນຳສົ່ງຕົວພວກກ່ຽວໄປສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ ຕິ ດ ຢ າ ເ ສ ບ ຕິ ດ ຫ້ອງຕຳຫຼວດ ປກສ ນວ ເພື່ອບຳບັດປິ່ນປົວພວກກ່ຽວ ໃຫ້ກັບຄືນມາເປັນຄົນດີຂອງຄອບຄົວ ແລະ ເປັນພົນລະເມືອງດີຂອງສັງຄົມ.
ຂໍ້ມູນ: ປກສ ນວ