ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 12 ກຸມພາ 2022 ການງານ ການເງິນ ຄວາມຮັກ

    0
    232

    ຄົນເກີດວັນຈັນ:ວຽກ​ງານ: ຈະ​ເຮັດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້ອາດຈະ​ມີ​ອຸ­ປະ­ສັກແດ່​ ແຕ່​ສຸດ​ທ້າຍ​ກໍ​ຈະ​ສ້າງ​ຄວາມ​ສຳ​​ເລັດ​ໃຫ້​ຕົນ​ເອງ​ໄດ້​ສະ­ເໝີ.ການ​ເງ​ິນ: ມີ​ຂ່າວ​ດີ​ທາງ​ດ້ານ​ການ​ເງິ​​ນ ແລະ ​ການ​ລົງ​ນາມ​ເອ­ກະ­ສານ​ສັນ­ຍາ​ຕ່າງໆ ຍັງ​ເປັນ​ໂຊກ.​​ຄວາມ​ຮັກ: ຖ້າຈະ​ພົບ​ໃຜ​ໃນ​ຊ່ວງ​ນີ້​ ຄົນຜູ້ນັ້ນຈະເປັນ​ຄົນທີ່​ສະ­ຫລຽວ​ສະ­ຫລາດ, ຊ່າງ​ເວົ້າ ອາ​​ຍຸ​ນ້ອຍ​ກວ່າ ແລະ ​ເຂົ້າ­ໃຈ​ຈິດ­ໃຈ​ທ່ານ​ໄດ້​ດີ​ຫລາຍ.

    ຄົນເກີດວັນອັງຄານ:ວຽກ​ງານ: ມີ​ຄວາມ​ປາດຖະຫນາ​ຢາກ​ຈະ​ປ່ຽນ​ແປງ​ວຽກງານ​ໃຫ້​ດີ​ຂຶ້ນ​ ຊ່ວງ​ນີ້​ເປັນ​ການ​ຕັດ​ສິນ​ໃຈ​ທີ່ຄ່ອນ​ຂ້າງ​ຍາກ​.ການ​ເງິນ​: ລະ​ວັງ​ກ່ຽວກັບ​ເລື່ອງ​ການ​ໃຊ້​ຈ່າຍ​ ແລະ​ ຄວນ​ເຮັດ​ບັນຊີ​ລາຍ​ຮັບ​ລາຍ​ຈ່າຍ​ໃຫ້​ເກີດ​ຄວາມ​ສົມ​ດຸນ​.ຄວາມ​ຮັກ: ໄດ້ຮັບ​ຮູ້​ຂ່າວ​ສານ​ຂໍ້​ມູນ​ດ້ານ​ຄວາມ​ຮັກ​ຕ່າງ​ໆ​ ແຕ່​ທ່ານກໍ​ອາດຈະຍັງ​ບໍ່ທັນ​ລົງ​ຕົວ​ດ້ານ​ຄວາມ​ສຳພັນ ​ທີ່​ຈະ​ພົບ​ຄວາມ​ສຸກ​ຢ່າງ​ທີ່​ທ່ານ​ປາດຖະຫນາ​ຢາກ​ໃຫ້ເປັນ​ທັງ​ໝົດ​.

    ຄົນເກີດວັນພຸດ:ວຽກ​ງານ: ຈະ​ເຮັດ​ສິ່ງ​ໃດ​ກໍຈະມີ​ແຕ່​ຄວາມ​ສຳ​ເລັດ​ຢ່າງ​ທີ່​ທ່ານ​ຄາດ​ຫວັງ​ໃນ​ຊ່ວງ​ນີ້,​ ການ​ງານ​ທີ່​ຄິດວ່າ​ບໍ່​ໄດ້​ ຫລື​ບໍ່​ສຳ​ເລັດ​ ກໍ​ຈະ​ພິກ​ຜັນ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ​.ການ​ເງິນ:​ ມີ​ຄວາມ​ກັງ​ວົນ​ໃຈ​ໃນ​ການ​ຈ່າຍ​ເງິນ​ເພື່ອ​ລົງ​ທຶນ​ໃນ​ຊ່ວງ​ນີ້​ ແຕ່​ຄວນ​ຄິດວ່າ​ເປັນ​ການ​ເອົາ​ເງິນ​ໄປ​ຕໍ່​ເງິນ​ ແລະ ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ຜິດ​ພາດ​ນ້ອຍ​ທີ່ສຸດ​.ຄວາມ​ຮັກ: ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມຮັກຄວາມສຳພັນ​ ເພາະ​ຍັງມີ​ຫນ້າທີ່​ທີ່​ຕ້ອງ​ຮັບ​ຜິດຊອບ​ອີກຫຼາຍ.

    ຄົນເກີດວັນພະຫັດ:ວຽກງານ​: ຈະ​ຈັບ​ງານ​ຫຍັງ​ກໍ​ຈະ​ເປັນ​ເງິນ​ເປັນ​ຄຳ ແລະ​ ປະ​ສົບ​ຄວາມ​ສຳ​ເລັດ​ດີ​ຂຶ້ນ​.ການ​ເງິນ​: ວາງ​ແຜນ​ການ​ໃຊ້​ຈ່າຍ​ ແລະ ​ການ​ໃຊ້​ເງິນ​ໃຫ້ດີໃນຊ່ວງນີ້,​ ຢ່າ​ສ້າງ​ພາລະ​ເພີ່ມ​ຂຶ້ນ ​ເງິນ​ທອງ​ກໍ​ຈະ​ພໍ​ໃຊ້​ຈ່າຍ​ ແລະ​ມີ​ເງິນ​ທ້ອນ​.ຄວາມ​ຮັກ: ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົນທີ່​ຖືກ​ໃຈ​ໃນ​ຊ່ວງ​ນີ້​ ມີ​ໂອ​ກາດ​ເດິນທາງ​ໄກ​ແລ້ວ​ໄດ້​ພົບ​ກັນ.

    ຄົນເກີດວັນສຸກ:ວຽກ​ງານ​: ຈະ​ເຮັດ​ສິ່ງ​ໃດ​ເຕັມ​ໄປ​ດ້ວຍ​ຄວາມ​ດຸໝັ່ນ ແລະ​ ຄວາມ​ສ້າງສັນ​ ຈຶ່ງ​ກໍ່​ໃຫ້​ເກີດ​ຜົນ​ງານ​ທີ່​ໜ້າພໍໃຈ​ ແຕ່​ກໍ​ຕ້ອງ​ມີ​ອຸປະສັກ​ນຳ​ເປັນ​ທຳມະດາ​.ການ​ເງິນ: ລະ​ວັງ​ການ​ໃຊ້​ຈ່າຍ​ ແລະ​ ການ​ໃຊ້​ເງິນ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​.ຄວາມ​ຮັກ: ປາດຖະຫນາ​ຮັກ​ແທ້​ ແລະ ​ຈິງ​ໃຈ,​ ທ່ານ​ຕ້ອງ​ຫາ​ທີ່ປຶກ​ສາ​ທີ່​ດີ​ກ່ຽວກັບ​ເລື່ອງ​ການ​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຄວາມ​ຮັກ​ທີ່​ຄິດວ່າ​ຈະ​ເລືອກ​ຄົບ​ກັບ​ຄົນ​ອາ​ຍຸ​ນ້ອຍ​ກວ່າດີບໍ່​.

    ຄົນເກີດວັນເສົາ:ວຽກ​ງານ: ລະ​ວັງ​ການ​ເຮັດ​ວຽກງານ​ໃນ​ຊ່ວງ​ນີ້​ ຄ່ອຍ​ໆ​ ຈັດການ​ບັນຫາ​ໄປ​ເທື່ອ​ລະ​ຢ່າງ​ ໃຈ​ເຢັນ​ໆ​ຈະ​ດີ​ທີ່ສຸດ​.ການ​ເງິນ: ມີ​ຄວາມຫມັ້ນຄົງ​ທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ​ ຫຼື ​ມີຄົ​ນ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ເງິນ​.ຄວາມ​ຮັກ: ຍັງ​ຢູ່ໃນ​ສະພາ​ວະ​ຮັກ​ຊ້ອນ​ ຈຶ່ງ​ຍັງ​ຄິດ​ທົບ​ທວນ​ໃນ​ເລື່ອງ​ເຫຼົ່າ​ນີ້​ ແລະ ​ທ່ານມັກ​ຈະ​ມີຄົນ​ມາ​ມັກ​ເທື່ອ​ລະ​ຫຼາຍ​ຄົນ​.

    ຄົນເກີດວັນອາທິດ:ວຽກງານ: ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ອາຫານ​ ດ້ານ​ແຟ​ຊັ່ນ​ ​ຈະ​ນຳ​ຄວາມ​ໂຊກດີ​ມາສູ່​ທ່ານ​.ການ​ເງິນ: ຊ່ວງ​ນີ້​ມີ​ແຕ່​ເລື່ອງ​ຈ່າຍ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​.ຄວາມ​ຮັກ: ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​​ນີ້ເທື່ອ​ ແລະ ​ໃຫ້​ຄົບ​ຫາ​​ແບບເປັນໝູ່ກັນ​ໄປ​ກ່ອນ​ຈະ​ດີ​ທີ່ສຸດ​.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.