ອຸທາຫອນ!! ສາວກິນຢາຫຼຸດນ້ຳໜັກ ແລ້ວເກີດອາການຜິດປົກກະຕິ ໄດ້ນຳສົ່ງໂຮງໝໍ
ຈາກຜູ້ໃຊ້ເຟສບຸກຊື່: Khaimouk Moukky ໄດ້ໂພສໃນວັນທີ 27 ສິງຫາ ວ່າ ເຕືອນໄພ ຢາລົດຄວາມອ້ວນຢາຊຸດ ກ່ອນສິກິນຫຍັງໃຫ້ສຶກສາດີໆກ່ອນເດີ ເບິ່ງທັ້ງສຸຂະພາບໂຕເອງ ແລະ ຢາທີ່ຈະກິນ ມີ ອຍ ຫຼື ບໍ ຢ່າເຫັນພຽງແຄ່ວ່າສິນຄ້ານີ້ ມີລີວິວຫຼາຍ ເພາະບໍ່ຮູ້ວ່າ ຄວາມເປັນຈິງ ເປັນແນວໃດ ບໍ່ຊັ້ນສິເປັນຄືເອື້ອຍຂ້ອຍ
ຢາກງາມຫຼາຍ ສິຕາຍຊ້ຳ ເຫັນຜົນຕັ້ງແຕ່ແລກກິນ ກິນພຽງມື້ດຽວ ມຶ້ທີ່2ກະອອກລິດແລ້ວ ອາການມັນແມ່ນ : ວິນຫົວ ເຈັບທ້ອງນ້ອຍ ແບບຈຸກໆ ໜ່ວງໆ ໜັກກົ້ນຄ້າຍຄືປວດຖ່າຍແຕ່ຖ່າຍບໍ່ອອກ ເຈັບທ້ອງນ້ອຍຄ້າຍຄືມົດລູກປັ້ນ ໜ້າມືດ ແລະສິ້ນສຸດບ່ອນທີ່ເປັນລົມລົ້ມນອນລົງ
ຢາກເຕືອນໄພ ບ່າວສາວອວບອ້ວນ ແລະບ່າວສາວທີ່ຢາກຈ່ອຍທັ້ງຫຼາຍ ກ່ອນສິກິນຫຍັງໃຫ້ສຶກສາດີໆກ່ອນເດີ ກ່ອນສິເປັນແບບເອື້ອຍຂ້ອຍ ຝາກເຕືອນ ຝາກແຊຮຕໍ່ໆ ເຕືອນໄພຫຼາຍໆຄົນ
ທີ່ມາ :Khaimouk Moukky