ຈັ ບ ໄດ້ພາຍໃນມື້ຫຼັງກໍ່ເຫດດຶງສາຍຄໍຄຳແລ້ວຫຼົບໜີ

    0
    489

    ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ຫາດຊາຍຟອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 05 ກຸມພາ 2022 ອົງການປົກຄອງບ້ານ ດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ ຈັ ບ ຕົວເປົ້າໝາຍຊິງຊັບພົນລະເມືອງ ( ດຶງສາຍຄໍ ) ຊື່ທ້າວ ພອນ ອາຍຸ 25 ປີອາຊີບ ກໍາມະກອນ ເຊືອຊາດລາວ ສັນຊາດລາວ ບ້ານເກີດໜອງເເຫ້ວ ເມືອງຫຼວງພະບາງ ເເຂວງຫຼວງພະບາງ ປະຈຸບັນພັກເຊົາບ້ານ ດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມອບໃຫ້ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ດຳເນີນຄະດີ.

    ຜ່ານການສອບສວນຂອງເຈົ້າໜ້າທີ່ໃຫ້ຮູ່ວ່າ: ໃນຕອນເຊົ້າ ວັນທີ 5 ກຸມພາ 2022, ທ້າວ ພອນ ໄດ້ມາສະໝັກເຮັດວຽກເປັນກໍາມະກອນກໍ່ສ້າງຢູ່ຈຸດກໍ່ສ້າງແຫ່ງໜຶ່ງບ້ານດົງໂພນແຮ່ ເມືອງຫາດຊາຍຟອງ, ພາຍຫຼັງຜູ້ຮັບເຫມົາກໍ່ສ້າງຮັບຜູ້ກ່ຽວເຮັດແລ້ວ, ພໍຮອດເວລາ 12 ໂມງ ຂອງມື້ດຽວກັນ ທ້າວ ພອນ ໄດ້ຍ່າງໄປຊື້ ຢ ສູ ບ ຢູ່ຮ້ານຂາຍເຄື່ຶອງຂອງນາງ ແກ້ວ ຢູ່ບ້ານດົງໂພນແຮ່ ແລະ ໃນເວລາດັ່ງກ່າວທ້າວ ພອນ ໄດ້ດຶງເອົາສາຍຄໍຄໍາ 01 ເສັັ້ນ ນໍ້າໝັກ 01 ບາດທີ່ ນາງ ແກ້ວ ໃສ່ຢູ່ຄໍຈົນເຮັດໃຫ້ສາຍຄໍຂາດ. ຈາກນັັ້ນທ້າວ ພອນ ໄດ້ເອົາຕົວ ຫຼົ ບ ໜີ.

    ນາງ ແກ້ວ ໄດ້ເເຈ້ງຕໍ່ອົງການປົກຄອງບ້ານ ດົງໂພນແຮ່, ເມື່ອໄດ້ຮັບແຈ້ງເຫດ ອົງການປົກຄອງບ້ານດົງໂພນແຮ່ ຈິ່ງໄດນຳພາ ປກສ ແລະ ປກຊ ຂອງບ້ານລົງແກ້ໄຂເຫດ ແລະ ສາມາດຈັບຕົວ ທ້າວ ພອນ ໄດ້ພ້ອມຂອງ ກ າ ງ ສາຍຄໍຄໍາ 01 ເສັັ້ນ ນໍ້າໜັກ 01 ບາດ ໃນມື້ດຽວກັນ ແລະ ນຳຕົວທ້າວ ພອນ ສົ່ງໃຫັ້ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ຫາດຊາຍຟອງ ດຳເນີນຄະດີ ແລະ ມອບສາຍຄໍຄຳຄືນເຈົ້າຂອງເດີມ.

    ປກສ ເມືອງຫາດຊາຍຟອງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.