ສະບາຍດີສຳລັບເລື່ອງລາວຂອງມື້ນີ້ທີ່ທີມງານເຮົາຈະມານຳສະເໜີໃຫ້ເພື່ອນໆໄດ້ເບິ່ງເລື່ອງຊີວິດຂອງຊາຍໜຸ່ມອາຍຸ 16 ປີ ທີ່ຕ້ອງສູ້ຊີວິດຄົນດຽວ ເກັບຂີ້ເຫຍື້ອ ແລະ ສົ່ງຕົວເອງໄປຮຽນໄປເບິ່ງລາຍລະອຽດຂອງເລື່ອງລາວນີ້ກັນເລີຍ
ສຳລັບເລື່ອງລາວນີ້ ຊາຍໜຸ່ມຄົນນີ້ມີຊື່ວ່າ ນ້ອງກົ້າ ຫຼື ທ້າວ ຕະວັນ ມຸສະກາ ອາຍຸ 16 ປີ ທີ່ຢູ່ເຮືອນເລກທີ່: 9849/1 ຖະໜົນຫົວໜອງ 1 ເຂດເທດສະບານຕຳບົນບົວໃຫຍ່ ຈັງຫວັດນະຄອນລາດຊະສີມາ ນ້ອງເກົ້າ ຈະເກັບຂອງເກົ່າຂາຍຫຼັງຈາກທີ່ພໍ່ແມ່ຂອງນ້ອງໄດ້ເສຍຊີວິດໄປກວ່າຫນຶ່ງປີແລ້ວ
ນ້ອງເກົ້າ ອາໃສຢູ່ໃນເຮືອນຫຼັງນ້ອຍໆສະພາບຊຸດໂຊມພຽງລຳພັງ ປັດຈຸບັນ ນ້ອງເກົ້າຮຽນຢູ່ທີ່ໂຮງຮຽນວິທະຍາໄລເຕັກນິກວິຊາຊີບບົວໃຫຍ່ ຊັ້ນປີທີ 1 ສາຂາ ກົນຈັກລົດຍົນ ແຕ່ຊ່ວງນີ້ໂຮງຮຽນໄດ້ປິດການຮຽນການສອນ
ນ້ອງເກົ້າ ຈຶ່ງຢູ່ເຮືອນເພື່ອຫາເກັບຂອງເກົ່າໄປຂາຍສ້າງລາຍໄດ້ ນ້ອງເກົ້າໄດ້ເຫຼົ່າວ່າຕົນເປັນລູກຊາຍຫລ້າ ມີເອື້ອຍນ້ອງທັງໝົດ 4 ຄົນ ແຕ່ໄດ້ແຍກຍ້າຍກັນໄປມີຄອບຄົວ ແລະ ໄປເຮັດວຽກຢູ່ແຂວງອື່ນ ດົນໆເອື້ອຍຈະເດີນທາງມາຢາມ ແຕ່ລະມື້ຕ້ອງອາໄສໄປເກັບຂອງເກົ່າຕາມຖັງຂີ້ເຫຍື້ອມາເກັບໄວ້
ເມື່ອໄດ້ຫຼາຍກໍຈະນຳໄປຂາຍໃຫ້ກັບຮ້ານຮັບຊື້ຂອງເກົ່າ ໄດ້ເງິນຄັ້ງລະ 1,000 ບາດ ໂດຍເງິນທີ່ໄດ້ມາ ແມ່ນຈະເກັບມາເປັນຄ່າໃຊ້ຈ່າຍໃນການຊື້ເຂົ້າກິນ ແລະ ເກັບໄວ້ເປັນທຶນຮອນການສຶກສາ ເຮັດແນວນີ້ ມາປະມານ 1 ປີແລ້ວທີ່ຕ້ອງໃຊ້ຊີວິດຢູ່ເຮືອນຄົນດຽວຫຼັງຈາກທີ່ແມ່ຂອງຂ້ອຍໄດ້ເສຍຊີວິດໄປ ບາງຄັ້ງຄາວກໍ່ຈະມີເພື່ອນບ້ານແວະມາເບິ່ງແຍງດູແລຂ້ອຍ
ໃນບາງຄັ້ງ ເຊິ່ງສິ່ງທີ່ເຮັດໃຫ້ກໍາລັງໃຈທີ່ຈະຕໍ່ສູ້ກັບຊີວິດ ກໍ່ຄືຄວາມໄຝ່ຝັນທີ່ຢາກຈະເປັນຊ່າງກົນຈັກລົດຍົນ ສະນັ້ນຕ້ອງມີຄວາມອົດທົນ ແລະ ດຸໝັ່ນ ໃຊ້ຈ່າຍເງິນຢ່າງປະຫຍັດ ອາໄສເກັບຂອງເກົ່າຂາຍລ້ຽງຊີວິດໂດຍ ນາງ ສຸພິນ ໄພຣາມ ອາຍຸ 68 ປີ ບ້ານໃກ້ເຮືອນຄຽງກັບນ້ອງເກົ້າ ໄດ້ເຫຼົ່າວ່າ:
ນ້ອງເກົ້າ ອາໃສຢູ່ຄົນດຽວຫຼັງຈາກທີ່ພໍ່ແມ່ເສຍຊີວິດ ນ້ອງເກົ້າ ຈະອອກໄປເກັບຂອງເກົ່າມາຂາຍເປັນເວລາ 1 ປີກວ່າແລ້ວ ລາວ ແລະ ເພື່ອນບ້ານລ້ວນແຕ່ມີຄວາມສົງສານ ແລະ ເຫັນວ່ານ້ອງເກົ້າ ເປັນເດັກດີ ດຸໝັ່ນ ແລະ ບໍ່ຂີ້ດື້ ກໍ່ຈະສະຫຼັບກັນເຂົ້າມາດູແລ ແລະ ຊ່ວຍເຫຼືອຕະຫຼອດ
ຫຼ້າສຸດ ກຸ່ມຜູ້ໃຈບຸນໃນອຳເພີໃຫຍ່ ໄດຊື້ບ່ອນນອນ ຫມໍ້ຫຸງເຂົ້າ ເຂົ້າສານອາຫານແຫ້ງ ນໍາໄປມອບໃຫ້ກັບນ້ອງເກົ້າ ບໍລິຈາກຕູ້ເສື້ອຜ້າ ໃຫ້ກັບນ້ອງເກົ້າ ເພື່ອໃຫ້ນ້ອງເກົ້າ ໄດ້ມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ ໂດຍ ນ້ອງເກົ້າ ຮູ້ສຶກດີໃຈ
ແລະຂອບໃຈທຸກຄົນທີ່ໄດ້ຊ່ວຍເຫຼືອຕົນເອງ ຫຼັງຈາກທີ່ມີຜູ້ບໍລິຈາກເງິນຊ່ວຍເຫຼືອເປັນທຶນການສຶກສາ ນ້ອງເກົ້າ ສັນຍາວ່າ ຈະຕັ້ງໃຈຮຽນ ເປັນຄົນດີ ແລະ ໃຊ້ຈ່າຍເງິນທີ່ຄົນບໍລິຈາກໃຫ້ຢ່າງປະຢັດເພື່ອທີ່ຈະເປັນທຶນການສຶກສາໃນການຮຽນຈົນຮຽນຈົບຕາມທີ່ຝັນເອົາໄວ້