ເຫດ ໂຈນປີນເຂົ້າຮ້ານ ເພື່ອຫວັງຈະລັກເຄື່ອງໃນຮ້ານຂາຍໂທລະສັບ ແຕ່ຫົວຕິດຢູ່ເພດານ ພໍຕອນເຊົ້າເຈົ້າຂອງຮ້ານເປີດຮ້ານເຫັນເກາະຄ້າງ ຮ້ອງຂໍຄວາມຊ່ວຍເຫຼືອ ຈົນເຈົ້າໜ້າທີ່ຕ້ອງມາຊ່ວຍເອົາອອກມາເຊີ່ງມີອ້າຍໆຕໍາຫຼວດຄ່ອຍສົ່ງກຳລັງໃຈໃຫ້ຢູ່ຂ້າງໆ.
ໂຈນຜູ້ນີ້ຖືວ່າເປັນມືໃໝ່ ຍັງບໍ່ທັນຮູ້ວິທີເຮັດໃຫ້ກະດູກຄົດງໍໃຫ້ລອດຊ່ອງຕາໜ່າງໄປຈັ່ງຄາປະລ່າງງ່າງໃຫ້ອ້າຍຕຳຫຼວດມາເປັນກຳລັງໃຈໃຫ້ຈັ່ງລົງມາມອບຕົວ.
ເຫດການນິ້ເກີດທີ່ຈັງຫວັດລາດຊະສີມາ ປະເທດໄທ ເມື່ອວັນທີ 29 ມັງກອນ 2021 ນີ້ເອງ
ຕາມຂ່າວບອກວ່າໂຈນຜູ້ນີ້ບໍໄດ້ລົງມາງ່າຍ ເຈົ້າໜ້າທີ່ ແລະກູ້ໄພໃຊ້ເວລາພໍສົມຄວນໃນການນຳໃຊ້ອຸປະກອນຕັດຖ່າງເອົາຕາໜ່າງເຫຼັກອອກຈັ່ງລົງມາຈາກເພດານໄດ້ຢ່າງປອດໄພ.
ຈາກການສອບຖາມພົບວ່າ ຜູ້ກໍ່ເຫດຫາກໍ່ໄດ້ 14 ປີ ຜູ້ກ່ຽວເຂົ້າມາກໍ່ເລື່ອງໂດຍຜ່ານທາງຫຼັງຄາຈາກອິກຮ້ານໜຶ່ງມາ ແລະຄ່ອຍໆໄຕ່ມາຕາມຝັ່ງເພດານແຕ່ເມື່ອມາເຖິງຮ້ານມືຖືເກີດເພດານຫຼົ່ນຈິ່ງຕົກລົງມາທີ່ແຜ່ນເຫຼັກຮອງຈາກເພດານ ແລະບັງເອີນຫົວໄປຕິດໃນຊ່ອງວ່າງລະຫວ່າງເຫຼັກ ແລະຕິດຄ້າງແບບນັ້ນມາຫຼາຍຊົ່ວໂມງຈົນເຈົ້າຂອງຮ້ານມາຈັ່ງພົບເຫັນ ແລະໃຫ້ການຊ່ວຍເຫຼືອ.
ຫຼັງຈາກຊ່ວຍຜູ້ກ່ຽວລົງມາແລ້ວເຈົ້າໜ້າທີ່ກໍ່ນຳຕົວໄປຢ້ຽມຢາມຄຸກເຍົາວະຊົນຕໍ່ ເນື່ອງຈາກອາຍຸຍັງບໍ່ເຖິງ 18 ປີ.