ແນະນໍາ ຫາດຊາຍແຄມຂອງ ວິວງາມເດີ້ ໄປມາລະຫວາ “ວິວທີ່ແປກໃໝ່ ກັບ ເພື່ອນທີ່ຮູ້ໃຈ ຈະມີສິ່ງໃດສວຍງາມໄປກວ່ານີ້”
ຫາດແຄມຂອງໃກ້ກັບເຂດຊະນະຄາມ ທີ່ມີກ້ອນຫີນລັກສະນະແປກຕາພົ້ນຂື້ນມາໃນຊ່ວງນ້ຳຂອງແຫ້ງ ໃຫ້ຄວາມສວຍງາມແບບແປກໃໝ່ທີ່ເຮົາບໍ່ເຄີຍເຈິ.ພ້ອມກັບເລື່ອງວຸ້ນໆຂອງໄວລຸ້ນໃກ້ໄລຍະສຸດທ້າຍທັງ 7 ຄົນ ທີ່ເປັນແກ້ງໝູ່ທີ່ສະໜິດສະໝົມກັນມາຕັ້ງແຕ່ສະໄໝຮຽນມັດທະຍົມ
ທີ່ຕ້ອງການຫາສະຖານທີ່ທ່ຽວ ໃຊ້ເວລາຮ່ວມກັນ ພ້ອມທັງພັກຜ່ອນຟື້ນຟູກາຍໃຈທີ່ອອ່ນລ້າຈາກບັນຫາທີ່ທຸກຄົນໄດ້ໄປປະເຊີນມາໃນໂລກກວ້າງ ມານັ່ງໂອ້ລົມເຫລົ່າສູ່ກັນຟັງ; ແລະວາງບັນຫາເບື້ອງຫລັງ ແລ້ວປົດປ່ອຍຕົວຕົນໂຕເອງອອກມາໃຫ້ເໝືອນກັບເດັກນ້ອຍອີກຄັ້ງ.
ສຳລັບການເດີນທາງມາຫາດຊາຍຈຸດນີ້ແມ່ນໃຊ້ເວລາປະມານ 1 ມຊ ຈາກ ປ້ຳນ້ຳມັນ ປຕທ ດອງດາ ໄລຍະທາງປະມານ 60-70ກມ, ລຽບແຄມຂອງມາກາຍສາມແຍກປາກຕອນຈົນສຸດທາງຢາງ ແລ້ວມາອີກປະມານ 3-4 ກມກໍ່ຮອດຈຸດໝາຍ.
(ໝາຍເຫດ ຫ້າມແບກເຄື່ອງໄປຫລາຍຖ້າບໍ່ຢາກໜ້າມືດເພາະຍ່າງລົງຫາດປະມານກິໂລໜຶ່ງໄດ້).ຫາດຊາຍແຄມຂອງ, ບ.ຫ້ວຍຫລ້າ, ມ.ສັງທອງ, ນະຄອນຫລວງວຽງຈັນ
ແນະນໍາ ຫາດຊາຍແຄມຂອງ ມ.ສັງທອງ ວິວງາມເດີ້ ໄປມາລະຫວາ.
ແນະນໍາ ຫາດຊາຍແຄມຂອງ ມ.ສັງທອງ ວິວງາມເດີ້ ໄປມາລະຫວາ.
ແນະນໍາ ຫາດຊາຍແຄມຂອງ ມ.ສັງທອງ ວິວງາມເດີ້ ໄປມາລະຫວາ.
ຈາກ: AFTERCLAP