ວັນທີ 26 ມັງກອນ 2022 ຜ່ານມານີ້ ຄະນະພັກ, ຄະນະບັນຊາກອງບັນຊາການ ປກສ ເມືອງ ທຸລະຄົມ ແຂວງວຽງຈັນ ໄດ້ມອບໜ່ວຍງານຈະລາຈອນ ສຶກສາອົບຮົມກຸ່ມໄວໜຸ່ມນັກຮຽນ 16 ຄົນ ທີ່ຂັບຂີ່ລົດຈັກດ້ວຍຄວາມໄວສູງ ແລະ ດັດແປງສະພາບເຕັກນິກຂອງລົດຕາມໃຈຕົນເອງທີ່ຂັດກັບກົດລະບຽບຂອງການສັນຈອນກໍານົດໄວ້ ເປັນຕົ້ນ: ໃສ່ທໍ່ຄວັນນ້ອຍ, ດັດແປງລໍ້, ໃສ່ຢາງນ້ອງ ພ້ອມລວມກຸ່ມກັນແຂ່ງລົດ ເຮັດໃຫ້ມີສຽງດັງລົບ ກວນພໍ່ແມ່ປະຊາຊົນ, ທັງເກະກະ ສ້າງຄວາມຫຍຸ້ງຍາກໃນການສັນຈອນ ໂດຍເຊີນເອົາໄວໜຸ່ມກຸ່ມເປົ້າໝາຍ ແລະ ຜູ້ປົກຄອງມາຮ່ວມຮັບຟັງ.
ຈຸດປະສົງຂອງການສຶກສາອົບຮົມ ແລະ ກ່າວເຕືອນຂຶ້ນໃນເທື່ອນີ້ ເພື່ອເຮັດໃຫ້ເຂົາເຈົ້າຢຸດເຊົາປະພຶດຕົນບໍ່ດີຄືກັບໄລຍະຜ່ານມາເພື່ອບໍ່ໃຫ້ເປັນແບບຢ່າງໃຫ້ຜູ້ອື່ນ ຍ້ອນເປັນພາບພົດທີ່ບໍ່ຈົບງາມ, ສ້າງຄວາມຫຍຸ້ງຍາກໃຫ້ການສັນຈອນໄປມາໃນທ້ອງຖະໜົນ ແລະ ມີຄວາມສ່ຽງສູງໃນການເກີດອຸປະຕິເຫດທີ່ອາດມີອັນຕະລາຍເຖິງຊິວິດ ແລະ ຊັບສິນ.
ຂ່າວ: ເມືອງທຸລະຄົມ.