ດ່ວນ ຈີນ ແຈ້ງປິດດ່ານ ຊົ່ວຄາວ ລະຫວ່າງ ດ່ານບໍ່ເຕ່ນ-ບໍ່ຫານ ແລະ ດ່ານປາງໄຮ ຫາ ຊາເຫີ

    0
    234

    ດ່ວນ ວັນທີ 24 ມັງກອນ 2022 ພະແນກການຕ່າງປະເທດ ແຂວງຫຼວງນໍ້າທາ ໄດ້ອອກແຈ້ງການ ເລກທີ 048 ເຖິງເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງຮັບຊາຍ ເລື່ອງການປິດດ່ານສາົນ ແລະ ດ່ານທ້ອງຖິ່ນ ຊົ່ວຄາວຂອງ ຝ່າຍຈີນ. ນັ້ນກໍ່ຄືການປິດດ່ານຊົວຄາວ ບໍ່ເຕ່ນ-ບໍ່ຫ່ານ ແລະ ດ່ານປາງໄຮ-ດ່ານຊາເຫີ.

    ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດເມືອງຫຼ້າ ສປ ຈີນ ດັ່ງນັ້ນ ສະເພາະກິດເມືອງຫຼ້າ ສະບັບເລກທີ 27, ລົງວັນທີ 21 ມັງກອນ 2022 ແລະ ອີງຕາມ ໜັງສືທາງລັດຖະການ ຂອງຄະນະສະເພາະກິດເມືອງຫຼ້າ ສະບັບເລກທີ 32, ລົງວັນທີ 23 ມັງກອນ 2022. ເຊິ່ງຝ່າຍຈີນຈະໄດ້ປີດດ່ານຊົ່ວຄາວນັບແຕ່ວັນທີ 21 ມັງກອນ 2022 ຄະນະສະເພາະກິດເມືອງຫຼ້າ ແຂວງຢຸນນານ ສປ ຈີນ ໄດ້ແຈ້ງປິດດ່ານເຂົ້າ-ອອກເມືອງຊົ່ວຄາວ.


    ລວມທັງ ການຂົນສົ່ງສິນຄ້າຂ້າມແດນ ແລະ ປະເພດຕ່າງໆ ເນື່ອງຈາກວ່າໃນໄລຍະນີ້ ມີການແຜ່ລະບາດຂອງພະຍາດໂດວິດ 19 ໃນເຂດພື້ນທີ່ຕາແສງເມືອງມ້າງ ເມືອງຫຼ້າ, ເພື່ອຄວາມປອດໄພຕໍ່ກັບສະພາບດັ່ງກ່າວ ຈຶ່ງໄດ້ປິດດ່ານເປັນການ ຊົ່ວຄາວຄື:1. ດ່ານປາງໄຮ-ດ່ານຊາເຫີ; 2. ດ່ານບໍ່ເຕ່ນ-ບໍ່ຫ່ານ.

    ສໍາລັບ ວັນເວລາເປີດດ່ານຄືນໃໝ່ນັ້ນ ແມ່ນອີງໃສ່ສະພາບຕົວຈິງ ແລ້ວຝ່າຍຈີນຈະແຈ້ງໃຫ້ຊາບໃນພາຍຫຼັງ ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຮັບຊາບ ແລະ ຊ່ວຍປະສານໄປຍັງພາກສ່ວນທີ່ກ່ຽວຂ້ອງດ້ວຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.