ແປກແຕ່ຈິງ!ເດັກຊາຍຕາຍແລ້ວຟື້ນແຖມຍັງຮູ້ເຫດການລ່ວງໜ້າອີກ

    0
    448

    ແປກແຕ່ຈິງ!ເດັກຊາຍຕາຍແລ້ວຟື້ນແຖມຍັງຮູ້ເຫດການລ່ວງໜ້າອີກ

    ໃນໂລກນີ້ມີຕັ້ງຫຼາຍເລື່ອງທີ່ບໍເປັນຕາເຊື່ອແຕ່ກໍ່ເກີດຂຶ້ນຈີງ ແລະຍັງມີໃຫ້ເປັນເປັນປະຈັກຕາໄດ້ອີກດ້ວຍ ຄືເລື່ອງລາວນີ້ຊາຍໜຸ່ມຄົນໜຶ່ງທີ່ປ່ວຍ ແລະຈາກໄປລະຫວ່າງນອນຢູ່ໂຮງໝໍ ແຕ່ຈົນທາງບ້ານຈັດງານກຽມເອົາ ສົ ບ ມາປະຕິບັດພິທີຕາມປະເພນີ ແຕ່ສຸດທ້າຍລຸກຂຶ້ນມາ ແລະວັນເວລາຜ່ານໄປແລ້ວ 10 ປີບໍເຈັບບໍ່ປ່ວຍອີກເລີຍແຖມຮູ້ເຫດການລ່ວງໜ້າໄດ້.

    ເດັກຄົນນັ້ນຊື່ທ້າວ ຈ່ອຍ ປັດຈຸບັນ ອາຍຸ 20 ປີແລ້ວຢູ່ຈັງຫວັດອ່າງທອງຂອງປະເທດໄທ ເຊິ່ງເມື່ອ 10 ປີຜ່ານມາໄດ້ເກີດເລື່ອງອັດສະຈັນກັບຜູ້ກ່ຽວຂຶ້ນ ເພາະລາວເປັນຄົນທີ່ເກີດມາແລ້ວປ່ວຍເປັນຫຼອດເລືອດຫົວໃຈຕີບຕັນ ຜະໜັງກັນຫົວໃຈຫ້ອງລຸ່ມມີຮູຮົ່ວ ແລະເສັ້ນເລືອດຫົວໃຈເກີນຕັ້ງແຕ່ແລກເກີດຈິ່ງເຂົ້າອອກໂຮງໝໍເປັນປະຈຳ.

    ຈົນມາຮອດຕອນອາຍຸ 10 ປີແພດໄດ້ທຳການຜ່າຕັດອີກເທື່ອໜຶ່ງ ແລະຕ້ອງນອນໂຮງໝໍຫ້ອງມໍລະສຸມ ເປັນເວລາ 14 ວັນ ໃຊ້ເຄື່ອງຊ່ວຍຫາຍໃຈ ຈົນມາຮອດມື້ໜຶ່ງລາວໄດ້ຢຸດຫາຍໃຈບໍ່ມີການຕອບສະໜອງໃດໆຂອງຮ່າງກາຍ ຢຸດຫາຍໃຈຕົວເຢັນໝົດບົ່ງບອກວ່າໄດ້ຈາກໄປແລ້ວ ພະຍາຍາມຈິ່ງແຈ້ງພີ່ນ້ອງ.

    ເວລານັ້ນ ແມ່ຂອງຈ່ອຍໄດ້ແຈ້ງໃຫ້ພີ່ນ້ອງຢູ່ທາງບ້ານກະກຽມພິທີເພື່ອຮັບລູກກັບບ້ານ ປະຕິບັດພິທີທາງສາສະໜາ ໃນນັ້ນໄດ້ກຽມໂຮງເຢັນ ກຽມເຄື່ອງໄຟ ນິມົນພະມາເຮືອນ ແລະຈັດງານລ້ຽງແຂກເປັນທີ່ຮຽບຮ້ອຍ ລໍຖ້າແຕ່ຮັບ ສົ ບ ນ້ອງຈ່ອຍກັບມາ

    ແຕ່ກ່ອນກັບບ້ານໄດ້ເກີດເລື່ອງອັດສະຈັນຂຶ້ນ ໃນຊ່ວງແລງເມື່ອໝໍໄປກວດສົບນ້ອງຈ່ອຍພ້ອມນຳດອກໄມ້ທູບທຽນອອກຈາກມືເພື່ອອາບນ້ຳທຳຄວາມສະອາດກ່ອນມອບໃຫ້ຍາດ ກັບພົບວ່ານີ້ວຕີນຄົນ ຕ າ ຍ ໜິງກິດິກໆ ແພດພາກັນຕົກໃຈ ແລະເອີ້ນກັນມາເບິ່ງປະກົດວ່າລະບົບໃນຮ່າງກາຍກັບຄືນມາ ແລະດີຂຶ້ນເລື້ອຍໆ ແພດຈິ່ງສືບຕໍ່ປິ່ນປົວຈົນໄດ້ອອກໂຮງໝໍ.

    ສຳລັບຜູ້ ຕ າ ຍເລົ່າວ່າ ຕົນຈື່ໄດ້ວ່າໄດ້ໄປຮອດອີກໂລກໜຶ່ງທີ່ມີແຕ່ຄົນຄືທີ່ເຫັນໃນໜັງບູຮານ ຢູ່ກັນເປັນກຸ່ມໆ ຕົນຍັງໄດ້ພົບກັບພໍ່ຕູ້ທີ່ຈາກໄປແຕ່ດົນແລ້ວ ນອກຈາກນີ້ຍັງພົບກັບອ້າຍອີກຄົນຕົນຍັງຈື່ໄດ້ດີ.
    ແຕ່ທີ່ຕົນໄດ້ກັບມານັ້ນແມ່ນມີຄົນຮ່າງສູງໃຫຍ່ຄົນໜຶ່ງຂີ່ມ້າມາຫາຕົນ ແລະຊ່ວຍຊີວິດໃຫ້ກັບຄືນມາ ພ້ອມບອກໃຫ້ພໍ່ໄປແກ້ບົນຢູ່ຫຼັງໂຮງໝໍແດ່ ພໍ່ໄດ້ໄປຂໍເພິ່ນເອົາໄວ້(ຂໍເຈົ້າທີ່ໃຫ້ປະຕິຫານມີຈີງ).

    ຈາກມື້ນັ້ນມາຈົນທຸກວັນນີ້ໂລກໄພໄຂ້ເຈັບທີ່ນ້ອງຈ່ອຍເປັນເມື່ອກ່ອນຫາຍປານປິດຖີ້ມບໍເຄີຍເຈັບເຄີຍປ່ວຍແມ່ນແຕ່ກິນຢາກໍ່ບໍໄດ້ກິນ ທີ່ສຳຄັນຍັງຮູ້ເຫດການລ່ວງໜ້າໄດ້ອີກ ເລື່ອງທີ່ກຳລັງຈະເກີດຂຶ້ນກັບໂຕເອງຈ່ອຍຈະຮູ້ກ່ອນເປັນລາງໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.