ຜູ້ ຍິງ ເຊື້ ອສ າຍອ າຊີ ຄົ ນໜຶ່ ງຖືກ ຍູ້ ລົ ງລາ ງລົ ດໄ ຟໃ ຕ້ດິ ນນິ ວຢ ອ ກເສ ຍຊີ ວິ ດກັ ບທີ່

    0
    769

    ຜູ້ຍິງເຊື້ອສາຍອາຊີຄົນໜຶ່ງຖືກຍູ້ລົງລາງລົດໄຟໃຕ້ດິນນິວຢອກເສຍຊີວິດກັບທີ່

    ຕອນເຊົ້າວັນທີ 15 ມັງກອນນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນນິວຢອກຂອງອາເມຣິກາໄດ້ເກີດມີຄະດີຍູ້ຄົນລົງລາງລົດໄຟ, ຜູ້ຍິງເຊື້ອສາຍອາຊີຄົນໜຶ່ງອາຍຸ 40 ປີເສຍຊີວິດກັບທີ່, ຜູ້ຕ້ອງຫາຄົນໜຶ່ງຖືກຈັບແລ້ວ. ຕາມຂ່າວລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດນະຄອນນິວຢອກກ່າວວ່າ:

    ເຫດການດັ່ງກ່າວໄດ້ເກີດຂຶ້ນຢູ່ສະຖານີລົດໄຟໃຕ້ດິນສາຍ N/Q/R ປ້າຍສະໜາມຫຼວງທາມສຖະໜົນເລກທີ 42. ເວລາປະມານ 9 ໂມງ 40 ນາທີຂອງຕອນເຊົ້າວັນທີ 15 ມັງກອນນີ້, ໃນຂະນະທີ່ຂະບວນລົດໄຟສາຍ R ທີ່ເດີນທາງຈາກທິດເໜືອໄປສູ່ທິດໃຕ້ພວມແລ່ນເຂົ້າສະຖານີດັ່ງກ່າວ, ຜູ້ຍິງຄົນໜຶ່ງຖືກຍູ້ລົງລາງລົດໄຟ.

    ພາຍຫຼັງເຈົ້າໜ້າທີ່ຕຳຫຼວດມາໄປຮອດບ່ອນເກີດເຫດແລ້ວພົບວ່າ: ຜູ້ຍິງຄົນນີ້ລົ້ມຢູ່ເທິງລາງລົດໄຟ ແລະ ຖືກບາດເຈັບຈົນໝົດສະຕິໄປແລ້ວ. ຫຼັງຈາກນັ້ນ, ພະນັກງານປະຖົມພະຍາບານໄດ້ແຈ້ງວ່າ: ຜູ້ຍິງຄົນນີ້ເສຍຊີວິດກັບທີ່ແລ້ວ. ເຈົ້າໜ້າທີ່ຕຳຫຼວດກ່າວວ່າ: ຜູ້ຖືກເຄາະຮ້າຍບໍ່ໄດ້ມີການຜິດຖຽງຫຍັງກັບຜູ້ຕ້ອງຫາ ກ່ອນເກີດເຫດ

    ກ່ອນໜ້ານີ້, ຜູ້ຕ້ອງຫາຄົນນັ້ນເຄີຍລົບກວນຜູ້ຍິງອີກຄົນໜຶ່ງທີ່ບໍ່ແມ່ນຄົນເຊື້ອສາຍອາຊີ, ແຕ່ຜູ້ຍິງຄົນນັ້ນໄດ້ຫຼົບຫຼີກໄປທາງອື່ນແລ້ວ. ຕາມຂ່າວແຈ້ງວ່າ: ຜູ້ຕ້ອງຫາໄດ້ໜີອອກຈາກບ່ອນເກີດເຫດ ແລະ ໄດ້ເຂົ້າມອບຕົວຢູ່ສະຖານີຕຳຫຼວດ. ປັດຈຸບັນ, ຜູ້ກ່ຽວຖືກກັກຕົວໄວ້ແລ້ວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.