ຄົນເຮົາທຳມະດາກໍ່ບໍ່ຕ່າງຫຍັງກັບຕົ້ນໄມ້ໃບຫຍ້າທີ່ຫ່ຽວແຫ້ງໄປຕາມການເວລາ ແຕ່ສະໄໝນີ້ມີເຕັກໂນໂລຊີຊ່ວຍແນ່ ຖ້າຖ້ານະຄວາມເປັນຢູ່ດີດູແລສຸຂະພາບໄດ້ດີ ກໍ່ຈະຄົງຄວາມສວຍງາມໄດ້ຍາວນານກວ່າຄົນປົກກະຕິທີ່ທຳມາຫາກິນຕາມໄຮ່ນາຮົ້ວສວນ.
ມື້ນີ້ພາມາເບິ່ງສາວແອນ ທອງປະສົມ ສາວງາມຕະຫຼອດໃນໄວ 45 ປີ ແຕ່ເບິ່ງຈາກຮູບຮ່າງໜ້າຕາແລ້ວຍັງເອາະໆ 20 ປາຍປີເທົ່ານັ້ນເອງ.
ສຳລັບສາວແອນທອງປະສົມ ເອີ້ນວ່າເປັນນາງເອກແຖວໜ້າຂອງເມືອງໄທມາຫຼາຍປີປະຈຸບັນກໍ່ຍັງຢືນໜຶ່ງເປັນນາງເອກ ແລະກໍ່ຄອງໃຈຜູ້ຊົມທຸກເລື່ອງ.
ສາວຄົນນີ້ນອກຈາກຄວາມງາມແລ້ວນ້ຳໃຈກໍ່ຍັງງາມອີກ ໄລຍະທີ່ທຸກຄົນພົບຄວາມຫຍຸ້ງຍາກຄືໂຄວິດ-19 ລະບາດ ຫຼາຍພື້ນທີ່ເຮັດການຜະລິດແລ້ວຂາຍບໍໄດ້ ຖ້າສາວແອນຮັບຮູ້ກໍໄປເໝົາຊື້ມາແຈກໃຫ້ຊາວບ້ານຜູ້ທີ່ຂາດເຂີນ ຖືເປັນການເຮັດບຸນສອງຕໍ່ເລີຍ!
ງາມແຖມໃຈດີອີກ ສົມເປັນນາງເອກຕະຫຼອດການ