ກະ​ຊວງແຜນກາ​ປະ​ກາ​ດ​ຍົກ​ຍ້າຍ ແລະ ​ແຕ່ງ​ຕັ້ງ​ພະ​ນັກ​ງານ​ການ​ນຳ

    0
    417

    ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຈັດພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂອງ ກະຊວງ ຜທ ຂຶ້ນໃນວັນທີ 4 ມັງກອນ​ ຜ່ານ​ມານີ້ ທີ່ຫ້ອງປະຊຸມຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກຜທ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.


    ໃນພິທີ, ທ່ານ ສີອໍາພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 264/ຄລສພ, ລົງວັນທີ 27/12/2021; ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 26/ນຍ, ລົງວັນທີ 21/12/2021; ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 262/ຄລສພ, ລົງວັນທີ 27/12/2021 ຊຶ່ງມີລາຍຊື່ຜູ້ທີ່ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງ ຄື: ບົ່ງຕົວແຕ່ງຕັ້ງ ທ່ານ ນາງ ພອນວັນ ອຸທະວົງ ເປັນປະທານກວດກາພັກ ຂອງຄະນະບໍລິຫານງານພັກກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ; ຍົກຍ້າຍ ທ່ານ ນາງ ທໍາມາ ເພັດວິໄຊ ຄະນະປະຈໍາພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກຜທ ໄປຮັບໜ້າທີ່ໃໝ່ຢູ່ສູນກາງສະຫະພັນແມ່ຍິງລາວ.


    ທ່ານ ສອນໄຊ ສີພັນດອນ ໄດ້ໂອ້ລົມຕໍ່ພິທີ ຊຶ່ງມີບາງ​ຕອນສໍາຄັນວ່າ: ການປັບປຸງກົງຈັກການຈັດຕັ້ງ ຖືເປັນເລື່ອງປົກກະຕິຂອງພັກ-ລັດເຮົາ ຊຶ່ງຈະຕ້ອງໄດ້ມີການປັບປຸງໄປຕາມສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຕົວຈິງໃນແຕ່ລະໄລຍະ ແລະ ທັງເປັນການປຸກລະດົມໃຫ້ຖັນແຖວພະນັກ ງານໄດ້ສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ, ແບບແຜນວິທີນໍາພາປະຕິບັດວຽກງານ ເອົາໃຈໃສ່ຍົກລະດັບຄວາມຮູ້ໃຫ້ມີລະດັບອັນແນ່ນອນ ເພື່ອໃຫ້ມີຄວາມສາມາດປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ນັບມື້ນັບສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຂັ້ນເທິງສູງຍິ່ງຂຶ້ນ ຊຶ່ງບັນ​ດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງລ້ວນແຕ່ເປັນຜູ້ທີ່ ພັກ-ລັດ ໄດ້ມອບຄວາມໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນສູງ ຊຶ່ງໜ້າທີ່ວຽກງານໃນຕໍ່ໜ້າຍິ່ງຈະໜັກໜ່ວງ, ກວ້າງຂວາງ ແລະ ຕ້ອງມີຄວາມຮັບຜິດຊອບສູງຂຶ້ນເປັນທະວີຄູນ.

    ສະນັ້ນ, ຂໍໃຫ້​ບັນ​ດາສະຫາຍສືບຕໍ່ເພີ່ມທະວີຄວາມບຸກໜ້າບືນຕົວ, ຫ້າວຫັນ ແລະ ມີຄວາມເສຍສະຫຼະອົດທົນຫຼາຍກວ່າເກົ່າ ເພື່ອເຮັດໜ້າທີ່ເປັນເສນາທິການທີ່ເກັ່ງ, ເລິກເຊິ່ງ ວຽກງານແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາແມ່ຍິງ ແລະ ວຽກງານເສດຖະກິດມະຫາພາກ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.