ເຂົ້າແຈ້ງຕຳຫຼວດແລ້ວພະນັກງານທີ່ວັງວຽງຖືກແຂກຂູ່ແລະທຳຮ້າຍ
ຈາກເຟສບຸກທ່ານໜຶ່ງໄດ້ໂພສວ່າ: ແຈ້ງເຕືອນທຸກທ່ານເຈົ້າຂອງບ້ານພັກໂຮງແຮມທັ້ງຫມົດເມືອງວັງວຽງໃຫ້ລະມັດລະວັງບຸກຄົນອັນຕະລາຍທີ່ມາກໍ່ຄວາມວຸ້ນວາຍໃນເມືອງວັງວຽງກີນແລ້ວບໍ່ຈ່າຍ ກໍ່ຄວາມວຸ້ນວາຍໃນຮ້ານ ທຳຮ້າຍຮ່າງກາຍຂົ່ມຂູ່ພະນັກງານໃຊ້ກຳລັງໂວ້ຍວາຍທຳຮ້າຍຄົນອື່ນທີ່ບໍ່ຮູ້ຈັກ
ໃຫ້ທຸກຄົນເຫັນເປັນອຸທາຫອນບໍ່ຢາກໃຫ້ໄປເກີດກັບໃຜອີກ ມັນເກີດກັບຂ້າພະເຈົ້າແລ້ວ. ແຊຣ໌ບອກຕໍ່ເຕື່ອນໄພກັນໄປເດີຊາວເມືອງວັງວຽງທຸກຄົນ(ຂໍອະນຸຍາດແທກເດີ) ຂໍຂອບໃຈ ແລະຜູ້ກ່ຽວກໍ່ໄດ້ໄປແຈ້ງຄວາມແລ້ວແລະຍັງໄດ້ໂພສເພີ່ມເຕີມອີກວ່າ:
ປີໃຫມ່ ຄົນອື່ນມີຄວາມສຸກ ແຕ່ໂຕຂ້ອຍຕ້ອງມາເຈິເລື່ອງຊົ່ວຮ້າຍແບບນີ້ນໍ
ເປັນພະນັກງານບໍລິການບໍ່ແມ່ນຂ້າທາດເດີທີ່ຈະຕ້ອງໃຫ້ໃຜມັນກົດຂີ່ຂົ່ມເຫັງໄດ້ຄົນຕ້ອງໃຫ້ກຽດຄົນ ອົດທົນຍ້ອນຫນ້າທີ່ເຮັດດີສຸດເທົ່ານີ້ແລ້ວ (ສຳລັບແອັດເຫັນຄລິບແລ້ວເຫັນໃຈພະນັກງານເດີໃຈລາວນິ່ງຫຼາຍ ລາວເຮັດວຽກດ້ວຍໃຈອີຫຼີເພາະວ່າເຮັດວຽກດ້ານບໍລິການ ແນວໃດກໍ່ຂໍໃຫ້ພົບຄົນທີ່ທຳຮ້າຍໄວໆເດີ້)
.
.