ອິດສະລາແອນ ອະນຸມັດສັກວັກຊີນໄຟເຊີ ເປັນບູສເຕີເຂັມ 4 ໃຫ້ຜູ້ສູງອາຍຸ ແລະ ບຸກຄະລາກອນການແພດ ຫວັງເພີ່ມພູມຕ້ານທານໃຫ້ປະຊາຊົນກຸ່ມສ່ຽງ ກຽມຮັບມືໂອມິຄຣອນລະບາດ.
ວັນທີ 3 ມັງກອນ 2022 ນາຍົກລັດຖະມົນຕີ ນາຟຕາລີ ເບນເນດ ຂອງອິດສະລາແອນ ເປີດເຜີຍວ່າ: ອິດສະລາແອນ ໄດ້ອະນຸມັດການສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ໃຫ້ປະຊາຊົນທີ່ມີອາຍຸ 60 ປີຂຶ້ນໄປ ແລະ ບຸກຄະລາກອນການແພດແລ້ວ.
ໃນການຖະແຫລງຂ່າວເມື່ອວັນທີ 2 ມັງກອນ, ທ່ານ ເບນເນດ ລະບຸວ່າ: ວັກຊີນປ້ອງກັນໂຄວິດ-19 ທີ່ພັດທະນາໂດຍບໍລິສັດໄຟເຊີໄດ້ຮັບອະນຸມັດຈາກກະຊວງສາທາລະນະສຸກ ເພື່ອສັກໃຫ້ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ລວມທັງບຸກຄະລາກອນການແພດທີ່ສັກວັກຊີນເຂັມທີ 3 ມາແລ້ວຢ່າງໜ້ອຍ 4 ເດືອນ ເພື່ອເພີ່ມເກາະປ້ອງກັນອີກຊັ້ນໃຫ້ປະຊາຊົນ.
ທັງນີ້, ທ່ານ ເບນເນດ ໄດ້ຮຽກຮ້ອງໃຫ້ຜູ້ສູງອາຍຸເຂົ້າຮັບວັກຊີນປ້ອງກັນໂຄວິດ-19 ໂດສກະຕຸ້ນເຂັມທີ 4 ພ້ອມເຕືອນວ່າ: ອິດສະລາແອນກຳລັງຈະຜະເຊີນການລະບາດຮອບໃໝ່ທີ່ມີຕົ້ນຕໍຈາກເຊື້ອໄວຣັສສາຍພັນໂອມິຄຣອນ ເຊິ່ງມີທ່າອ່ຽງຈະເຮັດໃຫ້ພົບຜູ້ຕິດເຊື້ອໃໝ່ສູງເຖິງ 50.000 ຄົນຕໍ່ວັນ.
ສຳນັກຂ່າວຊິນຮົວລາຍງານວ່າ: ກ່ອນໜ້ານີ້ວັນທີ 30 ທັນວາ, ກະຊວງສາທາລະນະສຸກອິດສະລາແອນໄດ້ອະນຸມັດການສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ໃຫ້ຜູ້ມີລະບົບພູມຕ້ານທານຕໍ່າ ແລະ ຜູ້ສູງອາຍຸໃນເຮືອນພັກຜູ້ເຖົ້າ ສົ່ງຜົນໃຫ້ອິດສະລາແອນກາຍເປັນປະເທດທຳອິດໃນໂລກອະນຸມັດການສັກວັກຊີນເຂັມທີ 4 ໃຫ້ປະຊາຊົນ.
ຂໍ້ມູນຈາກກະຊວງສາທາລະນະສຸກອິດສະລາແອນພົບວ່າ: ປັດຈຸບັນມີຊາວອິດສະລາແອນປະມານ 70% ຈາກທັງໝົດ 9,45 ລ້ານຄົນໄດ້ຮັບວັກຊີນປ້ອງກັນໂຄວິດ-19 ແລ້ວຢ່າງໜ້ອຍໜຶ່ງເຂັມ, ຂະນະທີ່ປະຊາກອນປະມານ 45% ໄດ້ຮັບວັກຊີນຄົບ 3 ໂດສແລ້ວ.