ຈາກທີ່ມີຫຼາຍຫາງສຽງໄດ້ໂພສລົງໃນເຟສບຸກສ່ວນຕົວ ວ່າປັດຈຸບັນນີ້ມີການຂາຍປີ້ລົດໄຟ ແລ້ວມາຂາຍຕໍ່ໃນລາຄາທີ່ສູງ ແລະ ເຮັດໃຫ້ ຜູ້ທີ່ຢາກໂດຍສານໄປສະຖານທີ່ຕ່າງຕ້ອງໄດ້ໄປຕໍ່ຄິວຊື້ແຕ່ເຊົ້າໆ ກ່ວາ ໂມງເຊົ້າກໍ່ມີ ແຖມໂຊກຮ້ານສຸດປີ້ເຕັມ ແລະ ຕ້ອງໄດ້ກັບບ້ານມາ ຫຼື ສຳລັບຜູ້ທີ່ຊື້ປີ້ຂາໄປໄດ້ແລ້ວ ແຕ່ພໍຈະກັບໂດຍໃຊ້ບໍລິການລົດໄຟ ເພື່ອຈະກັບມາ ພັດເຕັມ ແລະເຮັດໃຫ້ມີການໄດ້ຊື້ປີ້ລົດເມ ຫຼື ປີ້ຍົນແທນປີ້ລົດໄຟ ສະນັ້ນສະຖານີຫຼວງພະບາງໄດ້ອອກແຈ້ງການມາວ່າ: ສະຖານີ ເນັ້ນຢໍ້າ! ໃຫ້ຊື້ປີ້ລົດໄຟທີ່ເປັນທາງການ ສະຖານີຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ທາງສະຖານີລົດໄຟ ເນັ້ນໃຫ້ຊື້ປີ້ລົດໄຟທີ່ເປັນທາງການ, ເພາະຊ່ອງທາງທີ່ບໍ່ເປັນທາງການມັກຈະຊອກຫາຜົນປະໂຫຍດໂດຍການເພີ່ມຄ່າທຳນຽມ, ການຈ່າຍເງິນມັດຈຳ ແລະ ການສ້າງປີ້ປອມ, ເຊິ່ງຈະເຮັດໃຫ້ທ່ານສູນເສຍຊັບສິນ
ດັ່ງນັ້ນ, ຢ່າໃຫ້ຄົນແປກໜ້າຊ່ວຍຊື້ປີ້ ໂດຍສະເພາະພວກສວຍໂອກາດບາງຈຳນວນອ້າງວ່າເຂົາເຈົ້າຮູ້ຈັກກັບພະນັກງານ, ປັດຈຸບັນ ຄວນຊື້ປີ້ຈາກປ່ອງຂາຍປີ້ຂອງສະຖານີລົດໄຟທີ່ເປັນທາງການຄື: ນະຄອນຫຼວງວຽງຈັນ, ໂພນໂຮງ, ວັງວຽງ, ຫຼວງພະບາງ, ເມືອງໄຊ, ບໍ່ເຕັນ