ເພື່ອປາກທ້ອງ! ຫຼ້າສຸດ ພໍ່ຕູ້ນີ້ຮັບຈ້າງແບກຕູ້ເຢັນຂຶ້ນພູກະດຶງແລ້ວ
ກາຍເປັນຄລິບໄວຣັລ ຂຶ້ນມາທັນທີ ເມື່ອພໍ່ລຸງ ຈ້າງຫາບເຄື່ອງສຸດແຂງແກ່ງ ແມ່ຄ້າຈ້າງ 2ພັນບາດ ໃຫ້ແບກຄູ້ເຢັນຂຶ້ນພູກະດຶງ ເອົາໄວ້ໃຊ້ແຊ່ເຄື່ອງກິນ.
ຖືເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມອີກແຫ່ງໜຶ່ງຂອງປະເທດໄທ ສໍາລັບພູກະດຶງ
ຈັງຫວັດເລີຍ ທີ່ແຕ່ລະປີຈະມີນັກທ່ອງທ່ຽວແວະວຽນໄປທ່ອງທ່ຽວຈໍານວນຫຼາຍ ແຕ່ການເດີນທາງຂຶ້ນພູກະດຶງນັ້ນ ນັກທ່ອງທ່ຽວອາດພົບບັນຫາກັບເຄື່ອງຂອງສໍາພາລະທີ່ຕ້ອງແບກຂຶ້ນໄປເທິງຍອດດອຍ ເຮັດໃຫ້ຫຼາຍຄົນເລືອກໃຊ້ບໍລິການລູກຫາບ ທີ່ຖ້າເຮັດໜ້າທີ່ແບກເຄື່ອງໃຫ້.
ຫຼ້າສຸດ, ຜູ້ໃຊ້ແອັບພຣີເຄຊັນຕິກຕັອກ
ຊື່ວ່າ peamaimonrudee ໄດ້ໂພສຄລິບວີດີໂອຂອງລູກຫາບຄົນໜຶ່ງທີ່ກໍາລັງແບກເຄື່ອງ ແລະ ສໍາພາລະ ຂຶ້ື້ນພູກະດຶງ ແຕ່ນອກຈາກເຄື່ອງຂອງແລ້ວ ໃນຫາບນັ້ນ ຍັງມີຕູ້ເຢັນອີກດ້ວຍ.
ໂດຍຜູ້ໂພສຄລິບລະບຸໄວ້ວ່າ ລູກຫາບພູກະດຶງ ຫາບຕູ້ເຢັນ ພູກະດຶງຕຶງໄປທັ້ງຕົວ…ເຊິ່ງພາຍຫຼັງທີ່ຄລິບນີ້ຖືກເຜີຍແຜ່ອອກໄປ ກໍ່ມີຊາວເນັດແຫ່ເຂົ້າມາສະແດງຄວາມຄິດເຫັນເປັນຈໍານວນຫຼາຍ.